• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ຊ່ວຍຟື້ນຟູ 70% ການຂົງສົ່ງການບິນ

      ນັບແຕ່ໄດ້ເປີດຕົວເມື່ອເດືອນກໍລະກົດຜ່ານມາ, ກໍ່ມີໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ທັງໝົດ 400 ລ້ານໃບໄດ້ປະກາດໃຊ້ແລ້ວ.
 (ພາບ: AFP/TTXVN)
      ສະຫະພາບເອີລົບ ຫລື ອີຢູ ຖືໃບຢັ້ງຢືນດີຈີຕອນໂຄວິດຂອງກຸ່ມນີ້ ແມ່ນຜົນສຳເລັດໜຶ່ງຍ້ອນວ່າ ມັນໄດ້ຟື້ນຟູກ່ວາ 70% ການຈໍລະຈອນທາງການບິນທີ່ຖືກຫລຸດລົງ ຍ້ອນການຈຳກັດໄປມາກ່ຽວຂ້ອງເຖິງການແຜ່ບະບາດຂອງເຊື້ອໄວຣັດ SARS-CoV-2. ໃນການປະກາດກັບວົງການນັກຂ່າວເມື່ອວັນທີ 2 ກັນຍາ, ໂຄສົກຂອງຄະນະກຳມະການເອີລົບ ຫຼືອີຊີ ເນັ້ນໜັກວ່າ: ໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ແມ່ນສັນຍາລັກຂອງເອີລົບ ແຫ່ງການເປີດເຜີຍ ແລະ ປອດໄພ ຊື່ງໄດ້ນຳມາເຊິ່ງຄວາມເຊື່ອໝັັ້ນຕົນເອງ ໃຫ້ແກ່ແຂກທ່ອງທ່ຽວ ເພື່ອໄປທ່ອງທ່ຽວຢ່າງປອດໄພໃນ ອີຢູ ໃນລະດູແລ້ງປີນີ້.
 ໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ໄດ້ສ້າງເງື່ອນໄຂໄປມາຢ່າງປອດໄພລະຫວ່າງບັນດາປະເທດພາຍໃນກຸ່ມ ໃນໄລຍະເກີດໂລກລະບາດ. ນັບແຕ່ໄດ້ເປີດຕົວເມື່ອເດືອນກໍລະກົດຜ່ານມາ, ກໍ່ມີໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ທັງໝົດ 400 ລ້ານໃບໄດ້ປະກາດໃຊ້ແລ້ວ. ອີຊີ ໃຫ້ຮູ້ວ່າ ຫຼາຍປະເທດໃນໂລກໄດ້ຈົດທະບຽນເຂົ້າຮ່ວມຂໍ້ລິເລີ່ມນີ້ແລ້ວ.
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top