• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢືນຢັນທີ່ຕັ້ງນັກທຸລະກິດ ຫວຽດນາມ ໃນສັງກາດພັດທະນາໃໝ່

ກຸ່ມນັກທຸລະກິດໄດ້ຮັບການເຊີດຊູໃນປີນີ້ ເປັນຕົວແທນໃຫ້ຂະແໜງວິສາຫະກິດທີ່ມີຍອດລາຍຮັບທັງໝົດກວ່າ 1,3 ລ້ານຕື້ດົ່ງໃນປີ 2025
ພິທີເຊີດຊູ, ມອບນາມມະຍົດ (ພາບ: VNA)

​ເນື່ອງ​ໃນ​ໂອ​ກາດສະເຫຼີມສະຫຼອງວັນ​ນັກ​ທຸ​ລະ​ກິດ ຫວຽດນາມ 13 ຕຸລາ, ຕອນຄ່ຳວັນທີ 11 ຕຸລາ, ​ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດພິທີສະເຫຼີມສະຫຼອງ ແລະ ເຊີດ​ຊູ, ມອບນາມ​ມະ​ຍົດ “ ນັກ​ທຸ​ລະ​ກິດ ຫວຽດນາມ ດີເດັ່ນ - ຂັນລາງວັນ ແທັງ​ຢ໊ອງ” ປີ 2026.

ກຸ່ມ​ນັກ​ທຸ​ລະ​ກິດ​ໄດ້​ຮັບ​ການ​ເຊີດ​ຊູໃນປີນີ້ ເປັນຕົວແທນ​ໃຫ້ຂະແໜງ​ວິ​ສາ​ຫະ​ກິດທີ່ມີຍອດລາຍຮັບທັງໝົດກວ່າ 1,3 ລ້ານຕື້ດົ່ງໃນປີ 2025, ປະກອບ​ເຂົ້າ​ງົບປະມານ​ແຫ່ງ​ລັດ ປະ​ມານ 97.000 ຕື້ດົ່ງ ແລະ ສ້າງວຽກເຮັດງານທຳ​ໃຫ້​ແກ່ຜູ້ອອກແຮງງານປະມານ 273.000 ຄົນ.

ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມ​ຢາ​ຕຸກ, ຮອງນາຍົກລັດຖະມົນຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ, ເນັ້ນໜັກວ່າ:

“ຂ້າພະເຈົ້າຫວັງວ່າ ນັກ​ທ​ຸ​ລະ​ກິດ​ດີເດັ່ນ 100 ຄົນທີ່ໄດ້ຮັບ​ການ​ເຊີດ​ຊູໃນມື້ນີ້ ພ້ອມກັບບັນ​ດາ​ນັກ​ທຸ​ລ​ະ​ກິດ​ທີ່​ໄດ້​ເຊີດ​ຊູ​ໃນຊຸມປີກ່ອນ, ບໍ່ພຽງແຕ່​ເປັນແບບຢ່າງ​ທີ່​ບັນ​ລຸ​ຜົນ​ສຳເລັດໃນ​ການ​ດຳ​ເນີນ​ທຸ​ລະ​ກິດເທົ່ານັ້ນ, ​ຫາກຍັງສືບຕໍ່ເປັນແກ່ນ​ສານ​ແຜ່​ກະ​ຈາຍຈິດໃຈນັກ​ທຸ​ລະ​ກິດ ຫວຽດນາມ ໃນຍຸກສະ​ໄໝໃໝ່​, ​ຄາດຫວັງທີ່ຈະສ້າງ​ວິ​ສາ​ຫະ​ກິດ​ມີ​ຄວາມເຂັ້ມແຂງ, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ຈະມີ​ທີ່​ຕັ້ງສູງໃນ​ຕະ​ຫຼາດໂລກ​ອີກ​ດ້ວຍ”.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ​ຢ​ູ່ ຮ່າໂນ້ຍ ໄດ້​ຈັດເວທີປາໄສ "​ນັກ​ທຸ​ລະ​ກິດ​ນຳ​ໜ້າ - ລັດຖະບານສ້າງສັນໃນ​ສັງ​ກາດ​ໃໝ່", ເປັນໜຶ່ງໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊິ່ງ VCCI ​ຈັດ​ຂຶ້ນເພື່ອສະເຫຼີມສະຫຼອງວັນ​ນັກ​ທຸ​ລ​ະ​ກິດ ຫວຽດນາມ ວັນທີ 13 ຕຸລາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top