• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນ​ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ເກືອບ 82,3 ລ້​ານ​ຄົນ

ຕາມເວັບໄຊ ສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 30 ທັນວາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 82,3 ລ້ານຄົນ (82.283.576), ໃນນັ້ນ ມີ 1.795.046 ຄົນເສຍຊີວິດ.

ແມ່ເຖົ້າ Margaret Keenan ສັກວັກຊິນກັນພະຍາດໂຄວິດ - 19 ຂອງ BioNTech-Pfizer ຢູ່ ອັງກິດ(ພາບ:  AP)

ຢູ່ ເອີຣົບ, ທ່ານ Jens Spahn ລັດຖະມົນຕີກະຊວງສາທາລະນະສຸກ ເຢຍລະມັນ ໃຫ້ຮູ້ວ່າ ປະເທດນີ້ ອາດຈະມີວັກຊິນກັນພະຍາດໂຄວິດ - 19 ຢ່າງພຽງພໍ ເພື່ອສັກໃຫ້ແກ່ປະຊາຊົນໃນລະດູຮ້ອນທີ່ຈະມາເຖິງ ຖ້າຫາກວ່າ 1 ໃນ 3 ປະເພດວັກຊິນ ຂອງ Johnson & Johnson, AstraZeneca ຫຼື CureVac ໄດ້ຮັບໃບອະນຸຍາດຈາກ ສະຫະພາບເອີຣົບ (ອີຢູ).

        ຢູ່ ອັງກິດ, ປັດຈຸບັນ, ບັນດານັກວິທະຍາສາດ ອັງກິດ ພວມຮີບເຮັ່ງດຳເນີນການສືບສວນຂ່າວລືກ່ຽວກັບ ສາຍພັນໃໝ່ຂອງໄວຣັດ SARS – CoV – 2 ເຊິ່ງພວມແຜ່ລະບາດຢ່າງວ່ອງໄວຢູ່ໃນເດັກນ້ອຍ. ຜົນການຄົ້ນຄວ້າໃນເບື້ອງຕົ້ນຂອງມະຫາວິທະຍາໄລຄວບຄຸມໂລກລະບາດ ແລະ ການຢາ ເຂດຮ້ອນ ລອນດອນ ໄດ້ຊີ້ໃຫ້ເຫັນວ່າ ການປິດປະຕູໂຮງຮຽນ ຄວນແມ່ນຄຳຮຽກຮ້ອງແຖວໜ້າໃນບັນດາມາດຕະການຈຳກັດ ເພື່ອສາມາດຄວບຄຸມເຊື້ອໄວຣັດສາຍພັນໃໝ່.

(ແຫຼ່ງຄັດຈາກ VOV)

 ຫວຽດ​ນາມ - ລາວ ຍູ້​ແຮງ​ການ​ຮ່ວມ​ມື​​ສ້າງ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ

ຫວຽດ​ນາມ - ລາວ ຍູ້​ແຮງ​ການ​ຮ່ວມ​ມື​​ສ້າງ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ສັງ​ລວມ​ສາຍ​ພົວ​ພັນ​ແບບ​ພິ​ເສດລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ໂດຍ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ນັບ​ມື້​ນັບ​ແທດ​ຈິງ, ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ ແລະ ຮອບ​ດ້ານ.

Top