• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮນ​ລັງ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ຕ້ານ​ການ​ທໍ​ລະ​ມານ

ຫວຽດນາມ ຍາມໃດກໍຖືການປະຕິບັດສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບແບບການປະພຶດ ຫຼື ລົງໂທດທີ່ໂຫດຫ້ຽມ, ໄຮ້ມະນຸດສະທຳ ຫຼື ລັງກຽດ (ເອີ້ນຫຍໍ້ວ່າ ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ) ເປັນສຳຄັນ.
ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລກວັກຮຸ່ງ ແລະ ທ່ານ Kees Van Baar, ເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ (ພາບ: VOV)

ວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Kees Van Baar, ເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລກວັກຮຸ່ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປະຕິບັດສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບແບບການປະພຶດ ຫຼື ລົງໂທດທີ່ໂຫດຫ້ຽມ, ໄຮ້ມະນຸດສະທຳ ຫຼື ລັງກຽດ (ເອີ້ນຫຍໍ້ວ່າ ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ) ເປັນສຳຄັນ. ທ່ານຮອງລັດຖະມົນຕີ ເລກວັກຮຸ່ງ ໃຫ້ຮູ້ວ່າ ກະຊວງ ຕຳຫຼວດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ໂຮນລັງ ໄດ້ຜັນຂະຫຍາຍໂຄງການຮ່ວມມືຜັນຂະຫຍາຍສົນທິສັນຍາຕ້ານການທໍລະມານ ໄລຍະ 2015 – 2017 ແລະ ໄລຍະ 2018 – 2020 ຢ່າງມີປະສິດທິຜົນ. ການປະຕິບັດບັນດາໂຄງການຮ່ວມມືນັ້ນໄດ້ບັນລຸໝາກຜົນທີ່ດີ, ການບຳລຸງກໍ່ສ້າງ ແລະ ຍົກສູງສະຕິຄວາມຮັບຮູ້ໃຫ້ພະນັກງານຂອງບັນດາກະຊວງ, ຂະແໜງການຈຳນວນຫຼາຍ ກ່ຽວກັບການເຄົາລົບ ແລະ ປົກປ້ອງສິດຂອງເປົ້າໝາຍທີ່ມີຄວາມສ່ຽງຖືກທໍລະມານ, ບັງຄັບໃຫ້ຮັບສາລະພາບ, ທໍລະມານກາຍ.

ທ່ານຮອງລັດຖະມົນຕີ ເລກວັກຮຸ່ງ ແລະ ທ່ານ Kees Van Baar, ເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຜັນຂະຫຍາຍໂຄງການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ໂຮນລັງ ກ່ຽວກັບສົນທິສັນຍາຕ້ານການທໍລະມານ ໄລຍະ 2024 – 2026.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top