• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ເກືອບ 16,4 ລ້ານ​ຄົ​ນ

ຕາມຕົວເລກທີ່ໄດ້ອັບເດັດໃນເວບໄຊ Worldometer.infor ໄລ່ຮອດເວລາ 6 ໂມງເຊົ້າວັນທີ 27 ກໍລະກົດ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວໂລກແມ່ນ 16.393.955 ຄົນ, ໃນນັ້ນມີ 651.503 ຄົນເສຍຊີວິດ. ໂລກລະບາດ ໄດ້ສົ່ງຜົນກະທົບເຖິງ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ພະນັກງານການແພດເອົາແບບຢ່າງກວດຫາເຊື້ອພະຍາດ Covid - 19 (ພາບ: TTXVN) 

ອາເມລິກາຍັງແມ່ນໃຈກາງຂອງໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 50.173 ຄົນ ແລະ ຈຳນວນຜູ້ເສຍຊີວິດໃໝ່ຕື່ມອີກ 374 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດນີ້ຂຶ້ນເຖິງ 4.365.846 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດແມ່ນ 149.772 ຄົນ. ຖັດມາແມ່ນ: ບຣາຊິນ, ອິນເດຍ…

        ຢູ່ອາຟຼິກກາ, ປະເທດອາຟຼິກກາໃຕ້ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອ 445.433 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດ 6.796 ຄົນ. ຢູ່ ເອີລົບ, ປະເທດອັງກິດຍັງແມ່ນປະເທດມີອັດຕາຜູ້ເສຍຊີວິດສູງທີ່ສຸດໃນໂລກ. ປະເທດນີ້ ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 745 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 14 ຄົນໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດຂຶ້ນເຖິງ 299.426 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດແມ່ນ 45.752 ຄົນ. ຢູ່ອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍ, ຟີລິບປິນ ແມ່ນ ສະຖານທີ່ແຜ່ລະບາດຢ່າງຮ້າຍແຮງທີ່ສຸດໃນພາກພື້ນ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top