• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid – 19: ບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ປະຕິບັດວຽກງານແຍກຕົວຕາມຂໍ້ກໍານົດຢ່າງເຂັ້ມງວດ

      ຕາມຄະນະຊີ້ນໍາການສະກັດກັ້ນ ແລະ ຕ້ານເຊື້ອພະຍາດ Covid – 19 ຂອງແຂວງຫວິງຟຸກ ແລ້ວ, ການກໍານົດເວລາການແຍກຕົວປະຊາຊົນຢູ່ຕາແສງເຊີນໂລຍ, ເມືອງບິ່ງຊວຽນ ຈະສິ້ນສຸດລົງໃນເວລາ 00 ໂມງ ຂອງວັນທີ 04 ມີນາ, ເຊິ່ງຄົບ 21 ວັນ ຕາມການກໍານົດ. 
        ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ Covid – 19, ບັນດາແຂວງ,ນະຄອນຂອງຫວຽດນາມ ທີ່ໄດ້ຕ້ອນຮັບຜູ້ທີ່ກັບມາຈາກ ສ.ເກົາຫຼີ ລ້ວນແຕ່່ໄດ້ຈັດຕັ້ງການແຍກຕົວອອກຢູ່ຕ່າງຫາກ ໄດ້ເປັນຢ່າງດີ, ເປັນຕົ້ນແມ່ນ ໃນຕອນບ່າຍວັນທີ 02 ມີນາ, ຢູ່ແຂວງນິງບິ່ງ ໄດ້ຮັບເອົາຊາວຫວຽດນາມ ທີ່ກັບມາຈາກ ສ.ເກົາຫຼີ ຈໍານວນ 98 ຄົນ ແລ້ວໄດ້ແຍກຕົວອອກຢູ່ຕ່າງຫາກ; ໃນວັນດຽວກັນ, ສະໜາມບິນເກິ່ນເທີ ກໍໄດ້ຕ້ອນຮັບເຮືອບິນ 3 ລໍາ ທີ່ຂົນສົ່ງຜູ້ໂດຍສານທີ່ກັບມາຈາກ ສ.ເກົາຫຼີ ແລະ ໄດ້ສົ່ງໄປແຍກຕົວຢູ່ໂຮງຮຽນການທະຫານແຂວງຊ໊ອກຈັງ. ສ່ວນຢູ່ແຂວງຫວິງລອງ, ກໍໄດ້ຕ້ອນຮັບຊາວຫວຽດນາມ ພ້ອມດ້ວຍຍາດຕິພີ່ນ້ອງຂອງເຂົາເຈົ້າທີ່ໄດ້ກັບມາຈາກ ສ.ເກົາຫຼີ ຈໍານວນ 241 ຄົນ, ປັດຈຸບັນ ກໍາລັງໄດ້ແຍກຕົວອອກຢູ່ຕ່າງຫາກ.

ຜູ້ຕິດເຊື້ອພະຍາດຄົນສຸດທ້າຍ (ຜູ້ນຸ່ງເສື້ອສີຟ້າ) ໄດ້ອອກໂຮງໝໍ ພາຍຫຼັງໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ  (ພາບ: thanhnien.vn)      
      ໃນຂະນະນັ້ນ, ຕາມຄະນະຊີ້ນໍາການສະກັດກັ້ນ ແລະ ຕ້ານເຊື້ອພະຍາດ Covid – 19 ຂອງແຂວງຫວິງຟຸກ ແລ້ວ, ການກໍານົດເວລາການແຍກຕົວປະຊາຊົນຢູ່ຕາແສງເຊີນໂລຍ, ເມືອງບິ່ງຊວຽນ ຈະສິ້ນສຸດລົງໃນເວລາ 00 ໂມງ ຂອງວັນທີ 04 ມີນາ, ເຊິ່ງຄົບ 21 ວັນ ຕາມການກໍານົດ. ໃນໄລຍະຜ່ານມາ, ດ້ວຍການໜູນຊ່ວຍຂອງແຂວງ ແລະ ໜ່ວຍປະຕິບັດງານພິເສດ, ອໍານາດການປົກຄອງ ແລະ ປະຊາຊົນຕາແສງເຊີນໂລຍ ໄດ້ຄວບຄຸມຄວາມສ່ຽງແຜ່ລະບາດເຊື້ອພະຍາດ Covid – 19 ໃນບໍລິເວນ, ບໍ່ມີກໍລະນີຕິດເຊື້ອຕື່ມອີກ. ສໍາລັບບັນດາບຸກຄົນທີ່ຖືກແຍກຕົວເປັນພິເສດ ແລະ ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດດັ່ງກ່າວນັ້ນ, ຜົນການວິໄຈໃນປັດຈຸບັນລ້ວນແຕ່ສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ໄດ້ຕິດເຊື້ອພະຍາດດັ່ງກ່າວ. 
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top