• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid – 19: ທົ່ວໂລກມີຜູ້ເສຍຊີວິດກ່ວາ 211.000 ຄົນ

      ຕາມເວັບໄຊສະຖິຕິ Worldometers.info, ໄລ່ຮອດເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 28 ເມສາ, ໂລກມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 211.219 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ ເກືອບ 814.000 ຄົນ. ໂລກລະບາດພວມມີທ່າອ່ຽງຫຼຸດລົງ.

ພາບປະກອບ
      ຢູ່ອີຕາລີ, ໃນວັນທີ 27 ເມສາ, ຈຳນວນຜູ້ຕິດເຊື້ອພະຍາດໃນມື້ໜຶ່ງໄດ້ຫຼຸດຈາກ ຈຳນວນ 2.324 ຄົນ ໃນວັນທີ 26 ເມສາ ລົງ ເປັນ 1.739 ຄົນໃນວັນທີ 27 ເມສາ. ອີຕາລີແມ່ນປະເທດຢັ້ງຢືນມີຈຳນວນຜູ້ເສຍຊີວິດຫຼາຍອັນດັບທີ 2 ຂອງໂລກ, ປັດຈຸບັນແມ່ນ 26.977 ຄົນພາຍຫຼັງມີຜູ້ເສຍຊີວິດລາຍໃໝ່ຕື່ມອີກ 333 ຄົນໃນວັນທີ 27 ເມສາ. ແອັດສະປາຍກໍ່ປະກາດວ່າ ມີ ຜູ້ເສຍຊີວິດລາຍໃໝ່ຕື່ມອີກ 331 ຄົນ, ຝລັ່ງໄດ້ຢັ້ງຢືນວ່າ ມີຜູ້ເສຍຊີວິດແມ່ນ 437 ຄົນໃນວັນທີ 27 ເມສາ.
       ອາເມລິກາຢັ້ງຢືນວ່າ ມີຜູ້ເສຍຊີວິດກ່ວາ 1.300 ຄົນໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ແລະ ຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດນີ້ໄລ່ຮອດຕອນເຊົ້າວັນທີ 28 ເມສາ ຕາມເວລາ ຫວຽດນາມ ແມ່ນກ່ວາ 1 ລ້ານຄົນແລ້ວ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top