• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແມ່​ຍິງ​ ສວ​ມ​ບົດ​ບາດ​ສຳ​ຄັນ​ໃນ​ໄລ​ຍະ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ນັບ​ພັນ​ປີ

ການເສີມຂະຫຍາຍບົດບາດຂອງແມ່ຍິງ - ເຊິ່ງປັດຈຸບັນກວມເອົາ ½ ປະຊາກອນ ຫວຽດນາມ ນັ້ນແມ່ນມີຄວາມໝາຍຕັດສິນໃນການປະຕິບັດວິໄສທັດກ່ຽວກັບປະເທດຫວຽດນາມ ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນໃນປີ 2045 ໃຫ້ປະສົບຜົນເປັນຈິງ; ພ້ອມທັງເນັ້ນໜັກວ່າ ແມ່ຍິງ ຍາມໃດກໍສວມບົດບາດສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນປີ.

ການນຳພັກ, ລັດ, ສະພາແຫ່ງຊາດ ພົບປະສະມາຊິກສະພາແຫ່ງຊາດເພດຍິງ 

ຕອນບ່າຍວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນໃນການພົບປະກັບການນຳ ແລະ ສະມາຊິກສະພາແຫ່ງຊາດເພດຍິງ ເກືອບ 150 ທ່ານ ເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການເສີມຂະຫຍາຍບົດບາດຂອງແມ່ຍິງ - ເຊິ່ງປັດຈຸບັນກວມເອົາ ½ ປະຊາກອນ ຫວຽດນາມ ນັ້ນແມ່ນມີຄວາມໝາຍຕັດສິນໃນການປະຕິບັດວິໄສທັດກ່ຽວກັບປະເທດຫວຽດນາມ ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນໃນປີ 2045 ໃຫ້ປະສົບຜົນເປັນຈິງ; ພ້ອມທັງເນັ້ນໜັກວ່າ ແມ່ຍິງ ຍາມໃດກໍສວມບົດບາດສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນປີ.

        ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ໃນສະພາແຫ່ງຊາດ, ກວ່າ 76 ປີຜ່ານມາ, ສະມາຊິກສະພາແຫ່ງຊາດເພດຍິງ ໄດ້ສະແດງອອກຢ່າງຈະແຈ້ງກວ່າກ່ຽວກັບທາງດ້ານຈັນຍາບັນ, ສະຕິປັນຍາ, ຄວາມເກັ່ງກ້າສາມາດຂອງຕົນ. ທ່ານປະທານປະເທດ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂເພື່ອໃຫ້ສະມາຊິກສະພາແຫ່ງຊາດເພດຍິງສາມາດເສີມຂະຫຍາຍບົດບາດເປັນຕົວແທນຂອງປະຊາຊົນ; ພ້ອມທັງຫວັງວ່າ ບັນດາສະມາຊິກສະພາແຫ່ງຊາດເພດຍິງຈະສືບຕໍ່ເຄື່ອນໄຫວເພື່ອປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ຮັບຟັງຄຳເຫັນຂອງປະຊາຊົນ, ເຂົ້າໃຈປະຊາຊົນ, ປະຕິບັດບົດບາດຂອງສະມາຊິກສະພາແຫ່ງຊາດເພື່ອມີການປະກອບສ່ວນໃຫ້ສົມກັບການພັດທະນາຢ່າງແຮງຂອງສະພາແຫ່ງຊາດ, ຂອງປະເທດ ຫວຽດນາມ.

ແຫຼ່ງຄັດຈາກ VOV

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top