• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ

ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.
  ທ່ານນາງ ຫງວຽນທິງ່າ, ເລຂາທິການໃຫຍ່, ທັງເປັນຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ (ພາບ: qdnd.vn)  

ເວທີປາໄສສາກົນ ກ່ຽວກັບການແບ່ງປັນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ ຈະຈັດຂຶ້ນໃນວັນທີ 19 ພະຈິກ ນີ້. ທີ່ກອງປະຊຸມຖະແຫຼງຂ່າວ ໃນຕອນເຊົ້າວັນທີ 22 ພະຈິກ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ: “ດ້ວຍຫົວຂໍ້ “ນະໂຍບາຍພັດທະນາຊາວໜຸ່ມ - ບົດຮຽນປະສົບການຂອງບັນດາປະເທດ”, ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ. ທ່ານນາງ ຫງວຽນທິງ່າ, ເລຂາທິການໃຫຍ່, ທັງເປັນຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ:

“ເວທີປາໄສຄັ້ງນີ້ ຈະຊ່ວຍໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຖອດຖອນໄດ້ບົດຮຽນ, ປະສົບການທີ່ດີຂອງບັນດາປະເທດ ອາຊຽນ ແລະ ອາຊຽນ + ເພື່ອໃຫ້ຄະນະກຳມະການປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ຊ່ວຍນາຍົກລັດຖະມົນຕີສ້າງ, ປະຕິບັດນະໂຍບາຍກົດໝາຍກ່ຽວກັບຊາວໜຸ່ມ ຫວຽດນາມ  ໃຫ້ສອດຄ່ອງກັບນະໂຍບາຍກ່ຽວກັບຊາວໜຸ່ມຂອງໂລກ ກໍຄືບັນດາປະເທດ ອາຊຽນ”.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top