ໃນຂອບເຂດງານວາງສະແດງການຄ້າສາກົນ Thessaloniki (TIF) ຄັ້ງທີ 89 ພວມດຳເນີນຢູ່ນະຄອນ Thessaloniki, ເກຼັກ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ສ້າງມູມ ຫວຽດນາມ ເພື່ອແນໃສ່ແນະນຳໂຄສະນາພາບພົດຂອງ ຫວຽດນາມ ໄປເຖິງປະຊາຄົມວິສາຫະກິດ ເກຼັກ, ເຂດ Balkan ແລະ ໂລກ.
ມູມ ຫວຽດນາມ ລວມມີຮ້ານວາງສະແດງຂອງ ສະຖານທູດ ຫວຽດນາມ ແລະ ວິສາຫະກິດ 3 ແຫ່ງຂອງ ຫວຽດນາມ, ແນະນຳສິນຄ້າຫຼາຍປະເພດ ຈາກບັນດາເຍື່ອງອາຫານພື້ນເມືອງ, ຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ ຕະຫຼອດຮອດບັນດາປະເພດສິນຄ້າຄື ດອກໄມ້ອົບແຫ້ງ, ເຄື່ອງແຫ້ງ, ຊາ, ກາເຟ… ພິເສດ, ຮ້ານວາງສະແດງສີສັນ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຂອງແຂກທ່ຽວຊົມໃນງານຕະຫຼາດນັດ.
ໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດການແນະນຳ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງກັບຄູ່ຮ່ວມມືເກຼັກ, ໂດຍສະເພາະແມ່ນໝວດສິນຄ້າໝາກໄມ້ອົບແຫ້ງ, ການສະໜອງຄວາມຕ້ອງການຕະຫຼາດແຮງງານ.