ອາທິດຜ່ານມາ, ພະແນກກະຈາຍສຽງລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 454 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນລາຍການພາກພາສາລາວ ໄດ້ຮັດຈົດໝາຍ, ອີເມວ 33 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້,ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈຳນວນໜຶ່ງຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ.
ໃນນັ້ນ, ເພື່ອນ ມະໄລວັນ, ຢູ່ແຂວງ ບໍ່ແກ້ວ ໄດ້ຝາກອີເມວ ເຖິງລາຍການດ້ວຍເນື້ອໃນ: ໂຊກດີປີໃໝ່ ປີມະເມຍ 2026. ຂໍອວຍພອນໃຫ້ບັນນາທິການພາກພາສາລາວ ເວົ້າສະເພາະ ແລະ ບັນດານັກຂ່າວ, ບັນນາທິການຂອງ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ຈົ່ງມີສຸຂະພາບເຂັ້ມແຂງ, ປີໃໝ່ປະສົບແຕ່ສິ່ງດີໆ ປາສະຈາກໂລກໄພໄຂ້ເຈັບ, ສ້າງບັນດາລາຍການດ້ວຍເນື້ອໃນທີ່ດຶງດູດໃຈເພື່ອຮັບໃຊ້ທ່ານຜູ້ຟັງ ແລະ ຜູ້ອ່ານ. ປີຜ່ານມາ, ພວກເພື່ອນມີຫຼາຍບົດຂຽນ, ລາຍການກ່ຽວກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ, ຂ້າພະເຈົ້າໄດ້ຕິດຕາມພວກເພື່ອນຜ່ານບົດຂຽນ, ລາຍການພິເສດຕ່າງໆ. ຫວັງວ່າປີ 2026 ນີ້, ພວກເພື່ອນຈະເສີມຂະຫຍາຍບັນດາວຽກງານທີ່ບັນລຸໄດ້ໃຫ້ດີກ່ວາເກົ່າ.
ສ່ວນເພື່ອນ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເຖິງບັນນາທິການຂອງພາກພາສາລາວ, ດ້ວຍເນື້ອໃນ: ສະບາຍດີບັນນາທິການທຸກທ່ານ, ສະບາຍດີປີໃໝ່ ປີມະເມຍ 2026. ປີໃໝ່ 2026, ຂໍອວຍພອນໃຫ້ບັນນາທິການພາກພາສາລາວ ໄປໄວຄືມ້າ ແລະ ເຮັດວຽກຢ່າງຫຼ່ຽນໄຫຼ, ມີໄຫວພິບ ແລະ ບຸກທະລຸກວ່າເກົ່າ. ຂໍອວຍພອນໃຫ້ລາຍການນັບມື້ນັບພັດທະນາດ້ວຍບັນດາບົດຂຽນ, ລາຍການພິເສດໃນປີໃໝ່ 2026 ນີ້.
ເພື່ອນ ນ້ຳຝົນ ຢູ່ ຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນ: ໂດຍແມ່ນນັກສຶກສາລາວ ຮຽນຢູ່ ຫວຽດນາມ, ນ້ອງມັກຮັກວັດທະນະທຳ ຫວຽດນາມ ທີ່ສຸດ, ພິເສດແມ່ນບັນດາງານບຸນ ທີ່ໄດ້ຈັດຂຶ້ນໃນໂອກາດບຸນປີໃໝ່ປະຈຳຊາດຂອງທຸກປີ. ໃນນັ້ນມີງານບຸນໜຶ່ງທີ່ນ້ອງມັກທີ່ສຸດນັ້ນແມ່ນການ ງານບຸນ ມວຍປ້ຳ, ນ້ອງຢາກຊອກຮູ້ກ່ຽວກັບວັນບຸນນີ້, ຫວັງວ່າ ບັນດາອ້າຍເອື້ອຍນ້ອງບັນນາທິການ ຈະສະໜອງຂໍ້ມູນກ່ຽວກັບວັນບຸນນີ້ ແລະ ຄວາມໝາຍຂອງມັນ, ຂໍຂອບໃຈ.
ເພື່ອນ ນ້ຳຝົນ ທີ່ຮັກແພງ, ວັນບຸນ ມວຍປ້ຳ ທີ່ດຳເນີນກົງກັບໂອກາດບຸນປີໃໝ່ປະຈຳຊາດແມ່ນຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນຍາວນານຂອງຄົນ ຫວຽດນາມ. ຕາມມູນເຊື້ອ, ມວຍປ້ຳພື້ນເມືອງໄດ້ປະກົດຂຶ້ນແຕ່ສະໄໝເຈົ້າຊີວິດ ຮຸ່ງ, ຕິດພັນກັບຄວາມຕ້ອງການຝືກຝົນສຸຂະພາບຮ່າງກາຍ ແລະ ຄັດເລືອກເອົາຊາວໜຸ່ມຜູ້ທີ່ແຂງແຮງເພື່ອປົກປັກຮັກສາປະເທດຊາດ, ມາຮອດປັດຈຸບັນ, ມີຫຼາຍທ້ອງຖິ່ນ ຍັງຈັດຕັ້ງມວຍປ້ຳເພື່ອຈາລຶກບັນດານັກວິລະຊົນຂອງຊາດຄື ຮາຍບ່າຈຶງ. ເມື່ອລະດູບານໃໝ່ວຽນມາ, ມີຫຼາຍໝູ່ບ້ານຄື ໝູ່ບ້ານ ມາຍດົ້ງ ແລະ ໝູ່ບ້ານ ຊິ່ງ, ປະຊາຊົນພັດເປີດງານບຸນຍາມຕົ້ນປີໃໝ່ ເພື່ອພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ, ລະດູການເກັບກ່ຽວໄດ້ຮັບຜົນດີ. ການປ້ຳແຕ່ລະຍົກ ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈເຄົາລົບມວຍ, ກຳລັງແຮງ ແລະ ຄວາມຄ່ອງແຄ້ວເທົ່ານັ້ນ ຫາກຍັງປະກອບສ່ວນຕິດພັນວົງຄະນະຍາດ, ຮັກສາສີສັນວັດທະນະທຳຊາດ ແລະ ຝາກຝັງຄວາມຫວັງທີ່ດີງາມໃນປີໃໝ່.
ເພື່ອນ ສີໄສ ທີ່ຮັກແພງ, ວັດທີ່ໃຫຍ່ກວ່າໝູ່ຢູ່ ຫວຽດນາມ ແລະ ໄດ້ຮັບຖືວ່າແມ່ນໃຫຍ່ທີ່ສຸດໃນໂລກ ນັ້ນແມ່ນວັດ ຕາມຈຸກ. ວັດແຫ່ງນີ້ຕັ້ງຢູ່ເຂດທ່ອງທ່ຽວ ຕາມຈຸກ ຢູ່ເມືອງ ກິມບາງ, ແຂວງ ນິງບິ່ງ, ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ ປະມານ 60 ກມ. ເຂດທ່ອງທ່ຽວຕາມຈຸກ ໄດ້ຮັບການກໍ່ສ້າງໃນເທດສະບານ ບາຊາວ, ຕາແສງ ຂາຟອງ, ເມືອງ ກິມບາງ, ແຂວງ ນິງບິ່ງ, ດ້ວຍເນື້ອທີ່ທັງໝົດແມ່ນ 5.100 ເຮັກຕາ, ດ້ວຍຈຸດໂດດເດັ່ນແມ່ນວັດ ຕາມຈຸກ ໄດ້ຢັ້ງຢືນວ່າແມ່ນວັດໃຫຍ່ທີ່ສຸດໃນໂລກ ໂດຍຕັ້ງຢູ່ໃນກຸ່ມເຂດທ່ອງທ່ຽວ ຕາມຈຸກ ທີ່ສວຍງາມ. ເຂດທ່ອງທ່ຽວນີ້ຈະພັດທະນາ 6 ເຂດເຊິ່ງລວມມີ: ສູນຕ້ອນຮັບແຂກ, ເຂດວັດທະນະທຳຈິດວິນຍານ ຕາມຈຸກ, ເຂດອະນຸລັກຮັກສາທຳມະຊາດ ແກວ່ນວົ່ງ ແລະ ໜອງ ຕາມຈຸກ, ເຂດພັກຜ່ອນຕາກອາກາດ ແລະ ເຂດທ່ອງທ່ຽວວົງຄະນະຍາດ ຕາມຈຸກ, ເຂດສະໜາມກອ໊ບ ກິມບາງ ແລະ ໜອງ ບາຮາງ ແລະ ສູນບໍລິການພະລາທິການຮັບໃຊ້ການເຄື່ອນໄຫວຂອງເຂດທ່ອງທ່ຽວຢູ່ເທດສະບານ ບາຊາວ. ຫວັງວ່າ, ເພື່ອນຈະຍາດໂອກາດເພື່ອໄປຢ້ຽມຊົມວັດແຫ່ງນີ້ ແລະ ໄດ້ເຫັນປະຈັກຕາຄວາມງາມຢູ່ທີ່ນີ້.







