• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳວັດທະນະທຳ ຍີ່ປຸ່ນ ຢູ່ ໂຮ້ຍອານ ແຂວງ ກວາງນາມ

      ໃນໄລຍະດຳເນີນສັບປະດາຂັ້ນສູງ APEC 2017 ແຕ່ວັນທີ 6 – 11 ພະຈິກ. ຢູ່ນະຄອນ ໂຮ້ຍອານ ແຂວງ ກວາງນາມ ຈະເປີດ ບໍລິເວນແນະນຳວັດທະນະທຳ ຫວຽດນາມ - ຍີ່ປຸ່ນ” - ຜະລິດຕະພັນການທ່ອງທ່ຽວທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຍີ່ຢຸ່ນ ຢ່າງເປັນທາງການ.

 (ພາບປະກອບ)
      ການແນະນຳວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຈະດຳເນີນຢູ່ຖະໜົນ ຫງວຽນທິມີງຄາຍ ແລະ ເຂດອ້ອມແອ້ມວັດຂົວ. ນີ້ແມ່ນບ່ອນດຳເນີນການເຄື່ອນໄຫວຫລາຍຢ່າງເປັນປະຈຳຄື: ງານວາງສະແດງຮູບແບບເຮືອໃບເກົ່າແກ່ຂອງ ຍີ່ປຸ່ນ; ຈັດຕັ້ງການວາງສະແດງເອກະສານ, ວັດຖຸພັນປະຫວັດສາດ, ໝາກຜົນແຫ່ງການຄົ້ນຄວ້າປະຫວັດສາດເດີມກ່ຽວກັບການແລກປ່ຽນການຄ້າ, ກ່ຽວກັບການພົວພັນຂອງຄຸ້ມຖະໜົນ ຍີ່ປຸ່ນ ຢູ່ ໂຮ້ຍອານ ໃນສະຕະວັດທີ 17; ການສະແດງ, ການບໍລິການຊົງຊາ, ຊາຂຽວ ຍີ່ປຸ່ນ; ງານວາງສະແດງຕົ້ນໄມ້ປະດັບ ຍີ່ປຸ່ນ ແລະ ຫວຽດນາມ; ການລະຫຼີ້ນຂອງເດັກນ້ອຍ ຫວຽດນາມ ແລະ ຍີ່ປຸ່ນ; ສອນວິທີການປຸງແຕ່ງອາຫານການກິນຂອງ ໂຮ້ຍອານ ແລະ ຍີ່ປຸ່ນ; ການສະແດງ “ຊຸດເຄື່ອງແບບ ໂຮ້ຍອານ - ຄວາມຊົງຈຳກ່ຽວກັບການເວລາ” ແລະ ແນະນຳຊຸດເຄື່ອງແບບ ຍີ່ປຸ່ນ; ສະແດງເຄື່ອງເສບດົນຕີຂອງຊົນເຜົ່າ ຫວຽດນາມ ແລະ ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top