• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳຄຸນຄ່າແມ່ພິມເອກະສານສະໄໝລາດຊະວົງ ຫງວຽນ - ມໍລະດົກເອກະສານໂລກເຖິງເພື່ອນມິດສາກົນ

      ວັນທີ 6 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສູນ ສຳເນົາເອກະສານແຫ່ງຊາດ 4 - ກົມເອກະສານ ແລະ ສຳເນົາເອກະສານແຫ່ງລັດຢູ່ ດ່າລາດ. 

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງທີ່ການເຮັດວຽກ
      ນະທີ່ນີ້, ທ່ານ ເຈືອງຮ່ວາບີ່ງ ໄດ້ຕີລາຄາສູງຂະແໜງສຳເນົາເອກະສານ ມີຄວາມມານະພະຍາຍາມຫຼາຍຢ່າງໃນການປົດປ້ອງ ແລະ ຂຸດຄົ້ນຄຸນຄ່າຂອງແມ່ພິມເອກະສານ ສະໄໝລາດຊະວົງ ຫງວຽນ - ມໍລະດົກວັດຖຸເອກະສານໂລກ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ຂອງກະຊວງພາຍໃນ, ກົມເອກະສານ ແລະ ສຳເນົາເອກະສານແຫ່ງລັດ, ພິເສດແມ່ນພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂຶ້ນກັບ ສູນ ສຳເນົາເອກະສານແຫ່ງຊາດ 4 ໃນການຮັກສາບັນດາມໍລະດົກທີ່ລ້ຳຄ່າ, ຫາຍາກ, ສ້າງວິທີການລົງທຶນເພື່ອສ້າງພື້ນຖານດ້ານວັດຖຸທີ່ເທົ່າທຽມ, ເໝາະສົມເພື່ອແນໃສ່ຮັກສາໃຫ້ປອດໄພ ແລະ ເສີມຂະຫຍາຍຄຸນຄ່າຂອງແມ່ພິມເອກະສານສະໄໝລາດຊະວົງຫງວຽນ, ມອບໃຫ້ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສ້າງແຜນການກະກຽມແຫຼ່ງເອກະສານເພື່ອປະຕິບັດການວາງສະແດງຢູ່ຕ່າງປະເທດ ເພື່ອແນໃສ່ໂຄສະນາ, ແນະນຳບັນດາມໍລະດົກໂລກຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກ UNESCO.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top