ຢູ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະພາບບັນດາເນື້ອໃນຂອງເອກະສານການເມືອງສະບັບສຳຄັນຕ່າງໆເປັນສ່ວນໃຫຍ່ເຊັ່ນ: ທິດທາງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ລວມມີ: ກຳນົດທິດຈັດແບ່ງໂຄງປະກອບ, ຈຳນວນກຳມະການສູນກາງພັກຊຸດທີ XIV ຢ່າງເປັນທາງການ; ມາດຕະຖານ, ໂຄງປະກອບ, ຈຳນວນ ແລະ ຫຼັກການຈັດແບ່ງຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ; ປະກອບຄຳເຫັນກ່ຽວກັບບຸກຄະລາກອນເພີ່ມເຕີມເຂົ້າໃນແຜນພະນັກງານກົມການເມືອງ, ຄະນະເລຂາທິການຊຸດທີ XIV ອາຍຸການ 2026 – 2031.
ຄະນະບໍລິຫານງານສູນກາງພັກໄດ້ເປັນເອກະພາບໃຫ້ຂໍ້ສັງເກດວ່າ: ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ຕ້ອງໄດ້ດຳເນີນຢ່າງຄົບຊຸດ, ມີວິທະຍາສາດ, ມີແບບມີແຜນ, ແໜ້ນແຟ້ນ, ປະຊາທິປະໄຕ, ພາວະວິໄສ, ຈະແຈ້ງ; ຮັບປະກັນປະຕິບັດບັນດາຂໍ້ກຳນົດຂອງພັກ, ຫຼັກການລວມສູນປະຊາທິປະໄຕ ແລະ ບັນດາຂໍ້ກຳນົດຂອງກົດໝາຍ ຢ່າງຖືກຕ້ອງ.
ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງແຜນນະໂຍບາຍລວບລວມ 3 ບົດລາຍງານເຂົ້າກັນ, ເຊິ່ງລວມມີ: ບົດລາຍງານດ້ານການເມືອງ, ບົດລາຍງານດ້ານເສດຖະກິດ - ສັງຄົມ, ບົດລາຍງານກ່ຽວກັບການສະຫຼຸບການສ້າງ ແລະ ປະຕິບັດກົດລະບຽບພັກ; ຮັບຮອງເອົາເນື້ອໃນພື້ນຖານຂອງຮ່າງເອກະສານຕ່າງໆກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ຄະນະບໍລິຫານງານສູນກາງພັກ ໄດ້ປະຕິບັດການລົງລະບຽບວິໄນ ດ້ວຍຮູບແບບ ປົດຕຳແໜ່ງທັງໝົດໃນພັກສຳລັບບັນດາສະຫາຍ: ຫງວຽນຊວັນຝຸກ, ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ; ທ່ານ ຫວໍວັນເຖືອງ, ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ; ທ່ານ ເວືອງດິ່ງເຫວ້, ອະດີດກຳມະການກົມການເມືອງ, ອະດີດປະທານສະພາແຫ່ງຊາດ; ທ່ານ ເລມິງຄາຍ, ອະດີດເລຂາສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ; ໄລ່ອອກຈາກພັກສຳລັບ ທ່ານນາງ ຫງວຽນທິກິມຕຽນ, ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ.
ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງເຫັນດີໃຫ້ ທ່ານ ໂດະດຶກຢຸຍ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຊົາດຳລົງຕຳແໜ່ງ ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XIII….
ກ່ຽວກັບການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະສັນຕີລາຄາວ່າ, ໃນເບື້ອງຕົ້ນ ໄດ້ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຢູ່ 34 ແຂວງ, ນະຄອນ ດ້ວຍ 3.321 ຕາແສງ, ເຂດພິເສດ, ໝາກຜົນໃນເບື້ອງຕົ້ນ ໄດ້ສະແດງໃຫ້ເຫັນວ່າ ກົງຈັກການຈັດຕັ້ງໄດ້ເຄື່ອນໄຫວເປັນຢ່າງດີ, ບໍ່ປະສົບການຂໍ້ຕິດຂັດໃຫຍ່, ພະນັກງານລັດຖະກອນປັບຕົວໄດ້ໂດຍພື້ນຖານ; ຂັ້ນຕອນການແກ້ໄຂວຽກງານມີຄວາມລຸລ່ວງພໍສົມຄວນ, ການບໍລິການສາທາລະນະໄດ້ຮັບການແກ້ໄຂຢ່າງວ່ອງໄວ; ປະຊາຊົນສະແດງຄວາມເຫັນດີເຫັນພ້ອມ ແລະ ຫວັງວ່າ ຮູບແບບໃໝ່ຈະມີປະສິດທິຜົນກວ່າ.