ຂ່າວສານ

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ຈັດກອງປະຊຸມແຕ່ວັນທີ 18 ກໍລະກົດ ຮອດວັນທີ 19 ກໍລະກົດ 2025 ຢູ່ຮ່າໂນ້ຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານ ແລະ ມີບົດກ່າວຄຳເຫັນສຳຄັນໄຂ ແລະ ປິດກອງປະຊຸມ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ຢູ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະພາບບັນດາເນື້ອໃນຂອງເອກະສານການເມືອງສະບັບສຳຄັນຕ່າງໆເປັນສ່ວນໃຫຍ່ເຊັ່ນ: ທິດທາງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ລວມມີ: ກຳນົດທິດຈັດແບ່ງໂຄງປະກອບ, ຈຳນວນກຳມະການສູນກາງພັກຊຸດທີ XIV ຢ່າງເປັນທາງການ; ມາດຕະຖານ, ໂຄງປະກອບ, ຈຳນວນ ແລະ ຫຼັກການຈັດແບ່ງຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ; ປະກອບຄຳເຫັນກ່ຽວກັບບຸກຄະລາກອນເພີ່ມເຕີມເຂົ້າໃນແຜນພະນັກງານກົມການເມືອງ, ຄະນະເລຂາທິການຊຸດທີ XIV ອາຍຸການ 2026 – 2031.

ຄະນະບໍລິຫານງານສູນກາງພັກໄດ້ເປັນເອກະພາບໃຫ້ຂໍ້ສັງເກດວ່າ: ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ຕ້ອງໄດ້ດຳເນີນຢ່າງຄົບຊຸດ, ມີວິທະຍາສາດ, ມີແບບມີແຜນ, ແໜ້ນແຟ້ນ, ປະຊາທິປະໄຕ, ພາວະວິໄສ, ຈະແຈ້ງ; ຮັບປະກັນປະຕິບັດບັນດາຂໍ້ກຳນົດຂອງພັກ, ຫຼັກການລວມສູນປະຊາທິປະໄຕ ແລະ ບັນດາຂໍ້ກຳນົດຂອງກົດໝາຍ ຢ່າງຖືກຕ້ອງ.

ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງແຜນນະໂຍບາຍລວບລວມ 3 ບົດລາຍງານເຂົ້າກັນ, ເຊິ່ງລວມມີ: ບົດລາຍງານດ້ານການເມືອງ, ບົດລາຍງານດ້ານເສດຖະກິດ - ສັງຄົມ, ບົດລາຍງານກ່ຽວກັບການສະຫຼຸບການສ້າງ ແລະ ປະຕິບັດກົດລະບຽບພັກ; ຮັບຮອງເອົາເນື້ອໃນພື້ນຖານຂອງຮ່າງເອກະສານຕ່າງໆກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ຄະນະບໍລິຫານງານສູນກາງພັກ ໄດ້ປະຕິບັດການລົງລະບຽບວິໄນ ດ້ວຍຮູບແບບ ປົດຕຳແໜ່ງທັງໝົດໃນພັກສຳລັບບັນດາສະຫາຍ: ຫງວຽນຊວັນຝຸກ, ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ; ທ່ານ ຫວໍວັນເຖືອງ, ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ; ທ່ານ ເວືອງດິ່ງເຫວ້, ອະດີດກຳມະການກົມການເມືອງ, ອະດີດປະທານສະພາແຫ່ງຊາດ; ທ່ານ ເລມິງຄາຍ, ອະດີດເລຂາສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ; ໄລ່ອອກຈາກພັກສຳລັບ ທ່ານນາງ ຫງວຽນທິກິມຕຽນ, ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ.

ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງເຫັນດີໃຫ້ ທ່ານ ໂດະດຶກຢຸຍ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຊົາດຳລົງຕຳແໜ່ງ ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XIII….

ກ່ຽວກັບການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະສັນຕີລາຄາວ່າ, ໃນເບື້ອງຕົ້ນ ໄດ້ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ  2 ຂັ້ນ ຢູ່ 34 ແຂວງ, ນະຄອນ ດ້ວຍ 3.321 ຕາແສງ, ເຂດພິເສດ, ໝາກຜົນໃນເບື້ອງຕົ້ນ ໄດ້ສະແດງໃຫ້ເຫັນວ່າ ກົງຈັກການຈັດຕັ້ງໄດ້ເຄື່ອນໄຫວເປັນຢ່າງດີ, ບໍ່ປະສົບການຂໍ້ຕິດຂັດໃຫຍ່, ພະນັກງານລັດຖະກອນປັບຕົວໄດ້ໂດຍພື້ນຖານ; ຂັ້ນຕອນການແກ້ໄຂວຽກງານມີຄວາມລຸລ່ວງພໍສົມຄວນ, ການບໍລິການສາທາລະນະໄດ້ຮັບການແກ້ໄຂຢ່າງວ່ອງໄວ; ປະຊາຊົນສະແດງຄວາມເຫັນດີເຫັນພ້ອມ ແລະ ຫວັງວ່າ ຮູບແບບໃໝ່ຈະມີປະສິດທິຜົນກວ່າ.


top