• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ​ບັກ​ຢາງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ກຳ​ປູ​ເຈຍ

ໃນຊຸມປີຜ່ານມາ,ລະດັບການເຕີບໂຕດ້ານເສດຖະກິດຂອງແຂວງບັກຢາງ ເພີ່ມຂຶ້ນຜ່ານແຕ່ລະປີ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ປີ 2021, ແຂວງບັກຢາງ ບັນລຸລະດັບການເຕີບໂຕດ້ານເສດຖະກິດ 7,82% ບືນຕົວຂຶ້ນນອນໃນກຸ່ມ 10 ແຂວງ, ນະຄອນນຳໜ້າທົ່ວປະເທດ. ພິເສດ, ແຂວງໄດ້ເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການຮ່ວມມືທາງການຄ້າ ກັບບັນດາຄູ່ຮ່ວມມືກຳປູເຈຍ ແລະ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ.
  ທ່ານ ເລແອັງເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ ແລະ ທ່ານ Hun Many ກຳມະການສູນການພັກ ປະຊາຊົນກຳປູເຈຍ, ປະທານສະຫະພັນຊາວໜຸ່ມກຳປູເຈຍ  

ປີ 2021, ວົງເງິນສົ່ງອອກຂອງແຂວງບັກຢາງໄປຍັງຕະຫຼາດກຳປູເຈຍ ບັນລຸກ່ວາ 9 ລ້ານ USD. ໂດຍສະເພາະໃນປີນີ້, ໄລ່ຮອດເດືອນຕຸລາ, ມູນຄ່າສົ່ງອອກໄປຍັງກຳປູເຈຍຂອງແຂວງບັນລຸກ່ວາ 6,8 ລ້ານ USD. ຜະລິດຕະພັນສົ່ງອອກຕົ້ນຕໍແມ່ນບັນດາເຄື່ອງຕ່ຳແຜ່ນຕັດຫຍິບ, ທາດເຄມີ ແລະ ໂລຫະ. ພິເສດ, ໝາກລີ້ນຈີ່ຂອງ ແຂວງບັກຢາງ ໄດ້ສົ່ງອອກໄປຍັງຕະຫຼາດກຳປູເຈຍເປັນຈຳນວນຫຼາຍ. ໃນປີ 2020 ການສົ່ງອອກໄປຍັງກຳປູເຈຍບັນລຸພຽງແຕ່ 2000 ໂຕນ, ໃນປີ 2021 ບັນລຸ 3.900 ໂຕນ ແລະ ມາຮອດປັດຈຸບັນແມ່ນປະມານ 3.200 ໂຕນ.

ວົງເງິນນຳເຂົ້າຈາກກຳປູເຈຍ ຂອງແຂວງບັກຢາງ ໃນປີ 2021 ກ່ວາ 709.000 USD. ຜະລິດຕະພັນນຳເຂົ້າສ່ວນຫຼາຍແມ່ນບັນດາວັດຖຸແຜ່ນແພທຸກຊະນິດ, ໂລຫະທຳມະດາ, ສາຍໄຟຟ້າ ແລະ ສາຍກາບໄຟຟ້າ, ຄອມພິວເຕີ, ເຄື່ອງເອເລັກເລໂຕນິກ ແລະ ເຄື່ອງອາໄຫຼ່, ເຄື່ອງຈັກ, ອຸປະກອນ. ທ່ານ ເລແອັງເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ ຖືວ່າ:

ເມື່ອທຽບກັບຄວາມສາມາດບົ່ມຊ້ອນຂອງການພົວພັນລະຫວ່າງສອງປະເທດ ວົງເງິນສົ່ງອອກ - ນຳເຂົ້າລະຫວ່າງສອງປະເທດ ແມ່ນຍັງໜ້ອຍຢູ່ເຖິງວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືແມ່ນໃຫຍ່ຫຼວງທີ່ສຸດຂ້າພະເຈົ້າມີຄວາມຫວັງຢາກເພີ່ມທະວີການຮ່ວມມືລະຫວ່າງແຂວງບັກຢາງ ກັບກຳປູເຈຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສາເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ເພື່ອຮ່ວມມືກັນໃນບັນດາຂົງເຂດເສດຖະກິດວັດທະນະທຳສັງຄົມດຶງດູດການລົງທຶນສົ່ງເສີມການຄ້າການທ່ອງທ່ຽວ

ຫວ່າງມໍ່ໆມານີ້, ໃນການເຮັດວຽກກັບການນຳແຂວງບັກຢາງ, ທ່ານ Hun Many ກຳມະການສູນການພັກ ປະຊາຊົນກຳປູເຈຍ, ປະທານສະຫະພັນຊາວໜຸ່ມກຳປູເຈຍ ໄດ້ຕີລາຄາສູງການຮ່ວມມືດ້ານການຄ້າ ລະຫວ່າງແຂວງບັກຢາງ ຂອງ ຫວຽດນາມ ກັບບັນດາແຂວງກຳປູເຈຍ ແລະ ຫວັງວ່າ ໃນໄລຍະຈະມາເຖິງ, ການຮ່ວມມືຈະໄດ້ຮັບການຍູ້ແຮງກ່ວານີ້ອີກ. ທ່ານກ່າວວ່າ:

ຂ້າພະເຈົ້າຕີລາຄາວ່າ ຄວາມສາມາດບົ່ມຊ້ອນໃນການສົ່ງອອກສິນຄ້າໄປຍັງກຳປູເຈຍເປັນຕົ້ນແມ່ນບັນດາຜະລິດຕະພັນກະເສດຂອງແຂວງບັກຢາງ ແມ່ນໃຫຍ່ຫຼວງທີ່ສຸດຫວັງວ່າການນຳແຂວງຈະສ້າງເງື່ອນໄຂເພື່ອແນໃສ່ຊຸກຍູ້ການຄ້າສອງສົ້ນໃຫ້ສູງກ່ວານີ້ອີກພ້ອມທັງຫວັງວ່າແຂວງບັກຢາງ ຈະແບ່ງປັນບົດຮຽນປະສົບການໃນການດຶງດູດເງິນລົງທຶນຕ່າງປະເທດຫັນປ່ຽນໂຄງປະກອເສດຖະກິດຈາກສິກຳໄປສູ່ອຸດສາຫະກຳບຳລຸງສ້າງຜູ້ອອກແຮງງານຢູ່ຊົນນະບົດ.

ບໍ່ພຽງແຕ່ໄດ້ເພີ່ມທະວີການຮ່ວມມືດ້ານການຄ້າເທົ່ານັ້ນ, ແຂວງບັກຢາງຍັງຈັດການເຄື່ອນໄຫວເພີ່ມພູນຄູນສ້າງການພົວພັນສາມັກຄີ, ນ້ຳໃຈມິດຕະພາບ ຫວຽດນາມ - ກຳປູເຈຍ. ປັດຈຸບັນ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍແຂວງບັກຢາງ ມີສະມາຊິກເກືອບ 1000 ຄົນ. ໃນໄລຍະຜ່ານມາ, ສະມາຄົມໄດ້ຈັດການພົບປະ ກັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານ, ພະນັກງານສະຖານທູດ, ນັກສຶກສາກຳປູເຈຍຢ່າງເປັນປະຈຳ ເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະລະບອບດັບສູນເຊື້ອຊາດປອນປົດຂອງ ປະຊາຊົນກຳປູເຈຍ, ມອບທຶນການສຶກສາໃຫ້ແກ່ນັກສຶກສາກຳປູເຈຍ. ທ່ານ ເລວັນຮວານ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງບັກຢາງ ໃຫ້ຮູ້ວ່າ ສະມາຄົມຈະສືບຕໍ່ຈັດເຄື່ອນໄຫວການທູດປະຊາຊົນລະຫວ່າງສອງຊາດ, ດຶງດູດການເຂົ້າຮ່ວມຂອງໄວໜຸ່ມ, ວິສາຫະກິດແຂວງບັກຢາງ ແລະ ກຳປູເຈຍ. ທ່ານໃຫ້ຮູ້ວ່າ:

ຕັ້ງໜ້າແນະນຳໂຄສະນາສື່ສານໃຫ້ແກ່ປະຊາຊົນທຸກຊັ້ນຄົນຢູ່ແຂວງບັກຢາງ ກ່ຽວກັບປະຫວັດສາດປະເທດຊາດປະຊາຊົນພື້ນຖານວັດທະນະທຳບັນດາຜົນງານໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນກຳປູເຈຍສາຍພົວພັນມິດຕະພາບທີ່ເປັນມູເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງປະຊາຊົນສອງປະເທດ.

ເພື່ອເພີ່ມພູນຄູນສ້າງການພົວພັນສາມັກຄີ, ນ້ຳໃຈມິດຕະພາບ ຫວຽດນາມ - ກຳປູເຈຍ, ໃນໄລຍະຈະມາເຖິງ ແຂວງບັກຢາງຈະສືບຕໍ່ເພີ່ມທະວີການເຄື່ອນໄຫວການທູດປະຊາຊົນລະຫວ່າງສອງຊາດ, ດຶງດູດການເຂົ້າຮ່ວມຂອງໄວໜຸ່ມ, ວິສາຫະກິດຂອງແຂວງບັກຢາງ ແລະ ກຳປູເຈຍ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ດຶງດູດການລົງທຶນ, ສົ່ງເສີມການຄ້າ, ການທ່ອງທ່ຽວ, ຍູ້ແຮງການສົ່ງອອກບັນດາຜະລິດຕະພັນກະສິກຳຫຼັກແຫຼ່ງຂອງບັນດາແຂວງໄປຍັງປະເທດກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top