• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງບ່າເຣ້ຍ - ວູງເຕົ່າ ສ້າງລະບົບຮ່ວມສຳພັນໃນການພັດທະນາການທ່ອງທ່ຽວ

      ເມື່ອສັງເກດທ່າແຮງກ່ຽວກັບການພັດທະນາການທ່ອງທ່ຽວຂອງແຂວງ ບ່າເຣ້ຍ - ວູງເຕົ່າ ໃນໄລຍະຜ່ານມາ ອາດເຫັນໄດ້ວ່າລາຍຮັບດ້ານການທ່ອງທ່ຽວໃນແຕ່ລະປີຂອງແຂວງຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ.

ແຂວງບ່າເຣ້ຍ - ວູງເຕົ່າ ພວມເອົາໃຈໃສ່ຍູ້ແຮງການຮ່ວມສຳພັນລະຫວ່າງເຂດ, ເພີ່ມທະວີການເຄື່ອນໄຫວສົ່ງເສີມ,
ໂຄສະນາການທ່ອງທ່ຽວ. (ພາບ: reatimes.vn)
      ເພື່ອໃຫ້ຂະແໜງທ່ອງທ່ຽວແຂວງບ່າເຣ້ຍ - ວູງເຕົ່າ ພັດທະນາແບບຍືນຍົງໃນໄລຍະໃໝ່, ຄຽງຂ້າງການສ້າງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ມີຄຸນນະພາບສູງແລ້ວ, ແຂວງບ່າເຣ້ຍ - ວູງເຕົ່າ ພວມເອົາໃຈໃສ່ຍູ້ແຮງການຮ່ວມສຳພັນລະຫວ່າງເຂດ, ເພີ່ມທະວີການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວ, ຮ່ວມສຳພັນບັນດາຮູບແບບການທ່ອງທ່ຽວ ແລະ ບັນດາກຸ່ມທ່ອງທ່ຽວຢູ່ພາຍໃນແຂວງ.
        ໃນໄລຍະຜ່ານມາ, ຂະແໜງທ່ອງທ່ຽວແຂວງບ່າເຣ້ຍ - ວູງເຕົ່າ ຍາມໃດກໍ່ຮັກສາລະດັບເຕີບໂຕໄດ້ດີ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕລວມຂອງແຂວງ. ຈຳນວນນັກທ່ອງທ່ຽວມາທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ ໄດ້ເພີ່ມຂຶ້ນສະເລ່ຍແມ່ນປະມານ 13% ຕໍ່ປີ. ຍອດລາຍຮັບຈາກນັກທ່ອງທ່ຽວເພີ່ມຂຶ້ນລະເລ່ຍເກືອບ 16% ຕໍ່ປີ, ຜະລິດຕະພັນດ້ານການທ່ອງທ່ຽວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ສຸດຂີດ, ສ້າງກຳລັງແຮງໃນການເຄື່ອນໄຫວສົ່ງເສີມການໂຄສະນາການທ່ອງທ່ຽວນັ້ນ, ທາງແຂວງພວມຍູ້ແຮງການຮ່ວມສຳພັນ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອໂຄສະນາຜະລິດຕະພັນທ່ອງທ່ຽວ, ຍູ້ແຮງການພົວພັນຮ່ວມມື ສາກົນກັບບັນດາປະເທດ… ພິເສດແມ່ນຍູ້ແຮງການຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນເພື່ອສ້າງແຫຼ່ງລາຍຮັບຈາກນັກທ່ອງທ່ຽວແບບຍືນຍົງ. ທ່ານນາງ ຈິ້ງທິມີ້ເງະ, ຮອງປະທານສະມາຄົມທ່ອງທ່ຽວຮ່າໂນ້ຍ, ໃຫ້ຮູ້ວ່າ.
        “ດ້ວຍທັດສະນະຂອງບັນດາຜູ້ເຮັດອາຊີບ, ເມື່ອເຂົ້າຮ່ວມ faram trip, ພວກຂ້າພະເຈົ້າເຫັນວ່າ ບັນດາວິສາຫະກິດຈະມີຕະຫຼາດສະເພາະຂອງຕົນ. ຜ່ານນັ້ນ, ຮ່ວມສຳພັນກັບບັນດາວິສາຫະກິດທ່ອງທ່ຽວບ່າເຣ້ຍ - ວູງເຕົ່າ ສ້າງເປັນຜະລິດຕະພັນການທ່ອງທ່ຽວສະເພາະ, ເໝາະສົມກັບນັກທ່ອງທ່ຽວຂອງຕົນ, ນຳມາເຊິ່ງກາລະໂອກາດຫຼາຍກວ່າໃຫ້ແກ່ນັກທ່ອງທ່ຽວທາງພາກເໜືອ ທີ່ມາທ່ອງທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ”.
        ເພື່ອສ້າງເປັນລະບົບສະໜອງຜະລິດຕະພັນທ່ອງທ່ຽວຢ່າງຄົບຊຸດ, ແຂວງບ່າເຣ້ຍ - ວູງເຕົ່າ ກໍ່ມີແຜນນະໂຍບາຍຊຸກຍູ້ການຮ່ວມສຳພັນບັນດາຮູບແບບການທ່ອງທ່ຽວ ແລະ ບັນດາກຸ່ມທ່ອງທ່ຽວຢູ່ພາຍໃນແຂວງ. ຕາມນັ້ນແລ້ວ, ຢູ່ໃຈກາງນະຄອນວູງເຕົ່າ ຕ້ອງພັດທະນາໃຫ້ກາຍເປັນນະຄອນທ່ອງທ່ຽວທະເລ ດ້ວຍບັນດາຮູບແບບການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ກິລາແຄມທະເລ, ການລະຫຼີ້ນບັນເທິງໃນຕອນກາງຄືນ ແລະ ທ່ອງທ່ຽວການຄ້າ - ກອງປະຊຸມ. ກຸ່ມສະຖານທີ່ທ່ອງທ່ຽວ ລອງຫ໋າຍ - ເຟື໊ອກຫ໋າຍ ຈະພັດທະນາໃຫ້ກາຍເປັນກຸ່ມວັດທະນະທຳ, ກິລາ, ພັກຜ່ອນບຳລຸງສຸຂະພາບ ສົມທົບກັບການໄປຢ້ຽມຢາມເຂດປູຊະນີຍະສະຖານ, ທິວທັດທຳມະຊາດ. ກຸ່ມທ່ອງທ່ຽວພູ ຢິງ ຈະສຸມໃສ່ເຂົ້າຮູບແບບການທ່ອງທ່ຽວພັກຜ່ອນຢ່ອນອາລົມ ແລະ ວັດທະນະທຳ, ສົມທົບກັບສູນກາງການຄ້ານະຄອນບ່າເຣ້ຍ - ວູງເຕົ່າ, ສ້າງເປັນລາຍການທ່ອງທ່ຽວພັກຜ່ອນ ແລະ ຊື້ເຄື່ອງຂອງ… ທ່ານ ຈິ້ງຮ່າງ, ຫົວໜ້າພະແນກທ່ອງທ່ຽວແຂວງບ່າເຣ້ຍ - ວູງເຕົ່າ, ໃຫ້ຮູ້ວ່າ.
        “ປະຈຸບັນ, ພະແນກທ່ອງທ່ຽວໄດ້ສ້າງລາຍການພັດທະນາຜະລິດຕະພັນທ່ອງທ່ຽວຢ່າງຄົບຊຸດຮອດປີ 2025, ກຳນົດທິດຮອດປີ 2030. ໃນນັ້ນ, ພວກຂ້າພະເຈົ້າໄດ້ກຳນົດວ່າ ແຕ່ລະທ້ອງຖິ່ນຈະຕ້ອງມີຜະລິດຕະພັນການທ່ອງທ່ຽວຕົ້ນຕໍ ແລະ ຜະລິດຕະພັນທ່ອງທ່ຽວສຳຮອງ, ໃນນັ້ນພະແນກທ່ອງທ່ຽວ ຈະເປັນເຈົ້າພາບ, ສົມທົບກັບບັນດາເມືອງໃນບໍລິເວນແຂວງ, ບັນດາວິສາຫະກິດ, ຄອບຄົວດຳເນີນທຸລະກິດສະເພາະ… ເພື່ອສ້າງອອກບັນດາຜະລິດຕະພັນທ່ອງທ່ຽວໃນບໍລິເວນແຂວງ. ຕໍ່ຈາກນັ້ນແມ່ນສ້າງບັນດາລາຍການທ່ອງທ່ຽວເພື່ອເຊື່ອມຕໍ່ບັນດາຜະລິດຕະພັນທ່ອງທ່ຽວດັ່ງກ່າວ”.
        ນອກຈາການສົມທົບກັບການກຳນົດທິດພັດທະນາບັນດາເຂດທ່ອງທ່ຽວຈຸດສຸມ, ທາງແຂວງ ຍັງເອົາໃຈໃສ່ພັດທະນາລະບົບທາງຄົມມະນາຄົມເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ; ຮ່ວມສຳພັນກັບບັນດາແຂວງຢູ່ໃກ້ຄຽງເພື່ອສ້າງລະບົບຄົມມະນາຄົມຂົນສົ່ງກັບບັນດາແຂວງທາງທິດຕາເວັນອອກພາກໃຕ້ ໄປຫາແຂວງບ່າເຣ້ຍ - ວູງເຕົ່າ. ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະ ເຊື້ອເຊີນບັນດານັກລົງທຶນອະສັງຫາລິມະຊັບດ້ານການທ່ອງທ່ຽວລົງທຶນພັດທະນາພື້ນຖານການທ່ອງທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ. ປະຈຸບັນ, ແຂວງມີກົນໄກຫຼາຍຢ່າງເພື່ອດຶງດູດບັນດານັກລົງທຶນໃຫຍ່ໃນຂົງເຂດທ່ອງທ່ຽວ, ພິເສດແມ່ນເມືອງ ຊວຽນມົກ, ເຊິ່ງແມ່ນສະຖານທີ່ມີເສັ້ນທາງແຄມທະເລ ເຊິ່ງໄດ້ຮັບຖືວ່າແມ່ນເສັ້ນທາງຕົ້ນຕໍໃຫ້ແກ່ການພັດທະນາການທ່ອງທ່ຽວ. ໄລ່ມາຮອດປະຈຸບັນ, ໃນບໍເວນແຂວງມີກວ່າ 90 ໂຄງການທ່ອງທ່ຽວທີ່ໄດ້ຮັບໃບອະນຸຍາດ, ມີກວ່າ 30 ໂຄງການພວມກໍ່ສ້າງ. ທ່ານ ຫງວຽນກວ໊ກແຄງ, ຮອງປະທານຄະນະກຳມະການເມືອງ ຊວຽນມົກ, ໃຫ້ຮູ້ວ່າ.
        “ສະເພາະດ້ານການທ່ອງທ່ຽວ, ທາງເມືອງຕັດສິນໃຈການບຸລິມະສິດແຖວໜ້າແມ່ນສ້າງທຸກເງື່ອນໄຂສະດວກເພື່ອຊ່ວຍໃຫ້ວິສາຫະກິດ, ປະຊາຊົນ, ໜູນຊ່ວຍການບຸກເບີກໜ້າພຽງ, ໜູນຊ່ວຍທຸກເງື່ອນໄຂເພື່ອໃຫ້ວິສາຫະກິດມີຄວາມເຊື່ອໝັ້ນລົງທຶນ. ກົງກັນຂ້າມ, ເຮົາກໍ່ຕ້ອງຕັດສິນໃຈ, ຕົວຢ່າງຄືວິສາຫະກິດໃດຜັນຂະຫຍາຍຢ່າງຊັກຊ້າ, ບໍ່ຖືກກັບຄວາມຄືບໜ້າ ທາງເມືອງກໍ່ຕ້ອງເພີ່ມທະວີການຕິດຕາມກວດກາ, ສະເໜີໃຫ້ທາງແຂວງຖອນຄືນ”.
        ອາດເວົ້າໄດ້ວ່າ, ການຮ່ວມສຳພັນໄດ້ ແລະ ພວມກາຍເປັນທ່າອ່ຽງທີ່ຈຳເປັນໃນວິວັດທະນາການພັດທະນາຂອງຂະແໜງທ່ອງທ່ຽວໃນທົ່ວປະເທດເວົ້າລວມ, ແຂວງບ່າເຣ້ຍ - ວູງເຕົ່າ ເວົ້າສະເພາະ. ເລື່ອງເປັນເຈົ້າການສ້າງບັນດາການຮ່ວມສຳພັນລະຫວ່າງບັນດາວິສາຫະກິດພາຍໃນແຂວງເອງ, ບັນດາວິສາຫະກິດຢູ່ພາຍໃນປະທດ ກັບບັນດາທ້ອງຖິ່ນອື່ນໃນທົ່ວປະເທດ, ໄດ້ ແລະ ພວມນຳມາເຊິ່ງໂສມໜ້າໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ. ດ້ວຍບັນດາເປົ້າໝາຍເຊິ່ງຂະແໜງທ່ອງທ່ຽວໄດ້ເລືອກເຟັ້ນເພື່ອພັດທະນາ, ແຂວງບ່າເຣ້ຍ - ວູງເຕົ່າ ຕັ້ງຄວາມຫວັງວ່າຈະກາຍເປັນສູນທ່ອງທ່ຽວບຳລຸງສຸຂະພາບ, ລະຫຼີ້ນບັນເທິງທີ່ມີຊື່ສຽງຢູ່ພາກພື້ນ ແລະ ໃນໂລກໃນອະນາຄົດອັນໃກ້ໆນີ້.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top