• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສາ​ກົນ ເພີ່​ມ​ຂຶ້ນ 17%

ໃນວັນທີ 1 ມັງກອນປີ 2025, ຈຳນວນແຂກທ່ອງທ່ຽວມາຍັງນະຄອນຫຼວງ ຮ່າໂນ້ຍຍັງເພີ່ມຂຶ້ນສູງ, ຄາດວ່າບັນລຸ 160.000 ເທື່ອຄົນ, ເພີ່ມຂຶ້ນ 17% ເມື່ອທຽບກັບປີກ່ອນ.
ພາບປະກອບ: VOV5
ຕອນບ່າຍວັນທີ 1 ມັງກອນ, ພະແນກທ່ອງທ່ຽວຮ່າໂນ້ຍໃຫ້ຮູ້ວ່າ ຍ້ອນວ່າປີນີ້ເວລາພັກບຸນປີໃໝ່ສາກົນພຽງແຕ່ 1 ວັນ ດັ່ງນັ້ນສ່ວນຫຼາຍປະຊາຊົນເລືອກເອົາວິທີການຜັກຜ່ອນ, ທ່ອງທ່ຽວຢູ່ກັບທີ່. ເຖິງຢ່າງໃດກໍ່ຕາມ, ຈຳນວນແຂກທ່ອງທ່ຽວມາຍັງນະຄອນຫຼວງ ຮ່າໂນ້ຍຍັງເພີ່ມຂຶ້ນສູງ, ຄາດວ່າບັນລຸ 160.000 ເທື່ອຄົນ, ເພີ່ມຂຶ້ນ 17% ເມື່ອທຽບກັບປີກ່ອນ. ກ່ອນໜ້ານັ້ນ, ແຂກທ່ອງທ່ຽວສາກົນ ຄາດວ່າບັນລຸ 28.400 ເທື່ອຄົນ, ເພີ່ມຂຶ້ນ 67%. ຍອດລາຍຮັບຈາກແຂກທ່ອງທ່ຽວຄາດວ່າບັນລຸ 594 ຕື້ ດົ່ງ (ເກືອບ 25 ລ້ານ USD), ເພີ່ມຂຶ້ນ 26%ເມື່ອທຽບ ກັບປີ 2024.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top