• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວຕ່າງປະເທດເຫັນດີເຫັນພ້ອມກັບເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະ

      ເພື່ອປ້ອງກັນ, ຫຼີກລ້ຽງເຊືື້ອພະຍາດ Covid-19, ນັບແຕ່ວັນທີ 16 ມີນາ ເປັນຕົ້ນໄປ, ຕາມການກຳນົດ, ຊາວ ຫວຽດນາມ ແລະ ຊາວຕ່າງປະເທດຢູ່ ຫວຽດນາມ ຕ້ອງປະຕິບັດເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະຢ່າງເຂັ້ມງວດ. ແຂກທ່ອງທ່ຽວຢູ່ ຮ່າໂນ້ຍ ເກືອບທັງໝົດ ລ້ວນແຕ່ພ້ອມໃຈກັນປະຕິບັດຕາມການກຳນົດດັ່ງກ່າວຂອງ ຫວຽດນາມ.

ແຂກທ່ອງທ່ຽວຕ່າງປະເທດເຫັນດີເຫັນພ້ອມກັບເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະ
      ຢູ່ເຂດໜອງ ຮ່ວານກຽມ (ໜອງເຕົ່າ), ຮ່າໂນ້ຍ ແລະ ຖະໜົນໃຈກາງຫລາຍສາຍຂອງນະຄອນຫລວງຄື: ຖະໜົນ ຮ່າງງາງ, ຮ່າງດາວ, ຕະຫລາດ ດົ່ງຊວັນ, ໂບດໃຫຍ່, ຖະໜົນ ຕະຮ້ຽນ…ແຂກທ່ອງທ່ຽວຕ່າງປະເທດເກືອບທັງໝົດລ້ວນແຕ່ໃສ່ຜ້າອັດປາກ-ດັງ. ເອື້ອຍ Camielle, ແຂກທ່ອງທ່ຽວຊາວ ຝຣັ່ງ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າໃສ່ຜ້າອັດປາກ-ດັງ ຍ້ອນແມ່ນທາງເລືອກທີ່ຈຳເປັນ. ເມື່ອຕຳຫລວດເຫັນຜູ້ໃດບໍ່ໃສ່ຜ້າອັດປາກ-ດັງ ກໍ່ລ້ວນແຕ່ຕັກເຕືອນເລີຍ. ຂ້າພະເຈົ້າຄິດວ່າ ໃສ່ຜ້າອັດປາກ-ດັງ ຈະດີຕໍ່ສຸຂະພາບຂອງຂ້າພະເຈົ້າ ກໍ່ຄືທຸກຄົນຢູ່ອ້ອມຂ້າງ.”
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top