ຂ່າວສານ

ແຂກທ່ອງທ່ຽວຕ່າງປະເທດເຫັນດີເຫັນພ້ອມກັບເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະ

      ເພື່ອປ້ອງກັນ, ຫຼີກລ້ຽງເຊືື້ອພະຍາດ Covid-19, ນັບແຕ່ວັນທີ 16 ມີນາ ເປັນຕົ້ນໄປ, ຕາມການກຳນົດ, ຊາວ ຫວຽດນາມ ແລະ ຊາວຕ່າງປະເທດຢູ່ ຫວຽດນາມ ຕ້ອງປະຕິບັດເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະຢ່າງເຂັ້ມງວດ. ແຂກທ່ອງທ່ຽວຢູ່ ຮ່າໂນ້ຍ ເກືອບທັງໝົດ ລ້ວນແຕ່ພ້ອມໃຈກັນປະຕິບັດຕາມການກຳນົດດັ່ງກ່າວຂອງ ຫວຽດນາມ.

ແຂກທ່ອງທ່ຽວຕ່າງປະເທດເຫັນດີເຫັນພ້ອມກັບເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະ
      ຢູ່ເຂດໜອງ ຮ່ວານກຽມ (ໜອງເຕົ່າ), ຮ່າໂນ້ຍ ແລະ ຖະໜົນໃຈກາງຫລາຍສາຍຂອງນະຄອນຫລວງຄື: ຖະໜົນ ຮ່າງງາງ, ຮ່າງດາວ, ຕະຫລາດ ດົ່ງຊວັນ, ໂບດໃຫຍ່, ຖະໜົນ ຕະຮ້ຽນ…ແຂກທ່ອງທ່ຽວຕ່າງປະເທດເກືອບທັງໝົດລ້ວນແຕ່ໃສ່ຜ້າອັດປາກ-ດັງ. ເອື້ອຍ Camielle, ແຂກທ່ອງທ່ຽວຊາວ ຝຣັ່ງ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າໃສ່ຜ້າອັດປາກ-ດັງ ຍ້ອນແມ່ນທາງເລືອກທີ່ຈຳເປັນ. ເມື່ອຕຳຫລວດເຫັນຜູ້ໃດບໍ່ໃສ່ຜ້າອັດປາກ-ດັງ ກໍ່ລ້ວນແຕ່ຕັກເຕືອນເລີຍ. ຂ້າພະເຈົ້າຄິດວ່າ ໃສ່ຜ້າອັດປາກ-ດັງ ຈະດີຕໍ່ສຸຂະພາບຂອງຂ້າພະເຈົ້າ ກໍ່ຄືທຸກຄົນຢູ່ອ້ອມຂ້າງ.
 (ແຫຼ່ງຄັດຈາກ VOV)


top