• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວ ກ່ວາ 80.000ເທື່ອຄົນ ມາທ່ອງທ່ຽວດັກລັກໃນໂອກາດບຸນປີໃໝ່ປະຈຳຊາດ ປີວອກ 2016

ແຂກທ່ອງທ່ຽວຢູ່ບ້ານດົນ (ພາບປະກອບ)
          ຕາມ​ທ່ານ ຫງວຽນ​ເດົ໋າ, ຫົວໜ້າ​ຫ້ອງ​ການ​ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ດັກ​ລັກ​ແລ້ວ, ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ມີ​ແຂກ​ທ່ອງທ່ຽວ 80.000 ​ເທື່ອ​ຄົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​​ໄດ້ມາ​ທ່ອງ​ທ່ຽວ​ດັກ​ລັກ, ​ເພີ່ມ​ຂຶ້ນ 55% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ. ​ສະຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວຫຼາຍ​ທີ່​ສຸດ​ໃນ​ໂອກາດ​ນີ້​ແມ່ນ​ສູນ​ທ່ອງ​ທ່ຽວ​ບ້ານ​ດົນ (​ເມືອງບວນດົນ). ຄຽງ​ຄ້າງ​ນັ້ນ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໂດ່​ງດັ່ງຄື: ​ເຂດ​ທ່ອງ​ທ່ຽວ ບ້ານ​ດົນ, ກໍ​ຕາມ, ບ້ານ ອາ​ໂກ ​ເດີ​ຮົງ… ກໍ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ນັບ​ໝື່ນໆ​ເທື່ອ​ຄົນ​ມາ​ຢ້ຽມ​ຢາມ. ​ໃນ​ໂອກາດ​ບຸນ​ເຕັດ, ບັນດາ​ທ້ອງ​ຖິ່ນ​ໃນ​ແຂວງ ດັກ​ລັກ ​ໄດ້​ຈັດ​ຕັ້ງ​ບັນດາລາຍການ​ວັດທະນະທຳ - ສີ​ລະ​ປະ, ກິລາ, ການ​ລະ​ຫຼິ້ນ​ພື້ນ​ເມືອງ… ​ເພື່ອ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ລະ​ຫຼິ້ນ, ບັນ​ເທິງ​ຂອງ​ພໍ່​ແມ່​ປະຊາຊົນ​ບັນ​ດ​າ​ເຜົ່າ ​ແລະ ​ແຂກ​ທ່​ອງທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.
(ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top