• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ ແລະກົດໝາຍໂດຍໄວ

ທ່ານເລຂາທິການໃຫຍ່ ໂຕເລີມຮຽກຮ້ອງຄະນະພັກລັດຖະບານ ຊີ້ນຳກະຊວງການເງິນ ສືບຕໍ່ຄົ້ນຄວ້າ ແລະ ສະເໜີສ້າງກອບນິຕິກຳທີ່ສອດຄ່ອງ, ເປັນໄປໄດ້, ແທດຈິງ, ຮັບປະກັນການຊີ້ນຳນຳພາຂອງລັດໃນການລະດົມບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່ ໂຕເລີມກ່າວຄຳເຫັນທີ່ກອງປະຊຸມ

“ແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ ແລະກົດໝາຍໂດຍໄວ”. ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ເນັ້ນໜັກສິ່ງນີ້ ທີ່ກອງປະຊຸມຄະນະຊີ້ນ້ຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ສິງຫານີ້ ຢູ່ທີ່ສຳນັກງານສູນກາງພັກ. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ແລະ ຜູ້ຕາງໜ້າການນຳບາງຄະນະ, ກະຊວງ, ຂະແໜງການຕ່າງໆ.

ກ່າວຄຳເຫັນທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລີມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກລັດຖະບານ ຊີ້ນຳ ເພີ່ມເຕີມຮ່າງກົດໝາຍບາງສະບັບທີ່ຈຳເປັນເຂົ້າໃນໂຄງການສ້າງກົດໝາຍປີ 2025 ຂອງສະພາແຫ່ງຊາດ ເພື່ອຈະໄດ້ຮັບຮອງເອົາໃນກອງປະຊຸມຄັ້ງທີ 10 ຂອງສະພາແຫ່ງຊາດຊຸດທີ 15 ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຄ້າງຄາກ່ຽວຂ້ອງເຖິງກົດໝາຍ, ກວດກາຄືນ ແລະ ແກ້ໄຂຄວາມຫຍຸ້ງຍາກຢ່າງຖືກຕ້ອງ.

ທ່ານເລຂາທິການໃຫຍ່ ໂຕເລີມຮຽກຮ້ອງຄະນະພັກລັດຖະບານ ຊີ້ນຳກະຊວງການເງິນ ສືບຕໍ່ຄົ້ນຄວ້າ ແລະ ສະເໜີສ້າງກອບນິຕິກຳທີ່ສອດຄ່ອງ, ເປັນໄປໄດ້, ແທດຈິງ, ຮັບປະກັນການຊີ້ນຳນຳພາຂອງລັດໃນການລະດົມບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ສ້າງບາດກ້າວບຸກທະລຸ, ຮັບໃຊ້ເປົ້າໝາຍການເຕີບໂຕເສດຖະກິດ 2 ຕົວເລກໃນໄລຍະ 2026-2030.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ລັດຖະມົນຕີສອງທ່ານພິຈາລະນາແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທີ່ກ່ຽວຂ້ອງເຖິງການສົ່ງອອກນ້ຳຕານ ຈາກ ລາວ ເຂົ້າ ຫວຽດນາມ.

Top