• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອົາ​ໃຈ​ໃສ່​​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ເຂດທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້​ ແລະ ເຂດ​ເສດ​ຖະ​ກິດຈຸດ​ສຸມ​ພາກ​ໃຕ້

ຕອນເຊົ້າວັນທີ 9 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບການປະຕິບັດມະຕິເລກທີ 53 ແລະ ບົດສະຫຼຸບເລກທີ 27 ຂອງ ກົມການເມືອງສູນກາງພັກ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເຂດທາງທິດຕາເວັນອອກພາກໃຕ້ ແລະ ເຂດເສດຖະກິດຈຸດສຸມພາກໃຕ້ຮອດປີ 2010 ແລະ ກຳນົດທິດຮອດປີ 2020.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)  

 ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:

“ຂ້າພະເຈົ້າສະເໜີໃຫ້ບັນດາຜູ້ແທນຕີລາຄາຢ່າງພາວະວິໄສ, ຊັດເຈນ, ລະອຽດ ຕໍ່ໝາກຜົນທີ່ບັນລຸໄດ້, ຂໍ້ຄົງຄ້າງ, ຂໍ້ຈຳກັດໃນທຸກຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ວິທະຍາສາດເຕັກໂນໂລຢີ, ໂຄງສ້າງພື້ນຖານໂຄງລ່າງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຈາກນັ້ນ, ຍົກອອກສາຍເຫດ ບົດຮຽນ, ປະສົບການ. ສະເໜີທັດສະນະ, ເປົ້າໝາຍ, ໜ້າທີ່, ມາດຕະການແທດຈິງ, ມີປະສິດທິຜົນ; ຂໍ້ສະເໜີແນະທີ່ລະອຽດ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພັດທະນາຂອງເຂດ ແລະ ແທດເໝາະກັບສະພາບການຕົວຈິງ.”

ເຂດເສດຖະກິດຈຸດສຸມພາກໃຕ້ ສວມບົດບາດສຳຄັນເປັນພິເສດໃນການພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດ; ແມ່ນຂົວເຊື່ອມຕໍ່ແລກປ່ຽນການພົວພັນດ້ານການຄ້າ, ການເຊື່ອມຕໍ່ຢູ່ພາຍໃນປະເທດ ແລະ ສາກົນ ໂດຍຜ່ານລະບົບທ່າກ່ຳປັ່ນ, ສະໜາມບິນສາກົນ, ພິເສດແມ່ນເສັ້ນທາງບົກຊອດ ອາຊີ ແລະ ທາງທະເລເຊື່ອມຕໍ່ກັບປາຊີຟິກ ແລະ ມະຫາສະໝຸດອິນເດຍ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top