• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຜູ້​ມີ​ອາ​ຍຸ​ສູງ​ໃນ​ໄລ​ຍະປະ​ຊາ​ກອນ​ສູງ​ອາ​ຍຸ

ທົ່ວປະເທດມີໂຮງໝໍກ່ວາ 100 ແຫ່ງມີພະແນກສະເພາະໃຫ້ແກ່ຜູ້ອາຍຸສູງ.
(ພາບ: VGP)

ຕອນເຊົ້າວັນທີ 17 ຕຸລາ, ຢູ່ສຳນັກງານລັດຖະບານ, ຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ຫວຽດນາມ ໄດ້ຈັດການປະຊຸມພາຍໃຕ້ການເປັນປະທານຂອງທ່ານ ເລແທັງລອງ ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານຄະນະກຳມະການ ເພື່ອແນໃສ່ວາອອງບັນດາໜ້າທີ່, ມາດຕະການຈຸດສຸມ ຜັນຂະຫຍາຍວຽກງານຜູ້ອາຍຸສູງໃນໄລຍະຈະມາເຖິງ.

  ທີ່ການປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ນາງ ຫງວຽນທິເຮືອງລຽນ ໃຫ້ຮູ້ວ່າ:

  ກ່ຽວກັບການເອົາໃຈໃສ່ເບິ່ງແຍງດ້ານສຸຂະພາບ, 80% ຜູ້ອາຍຸສູງໄດ້ຮັບການຄຸ້ມຄອງສຳເນົາສຸຂະພາບ, 69% ໄດ້ກວດພະຍາດເປັນປະຈຳ; ທົ່ວປະເທດມີໂຮງໝໍກ່ວາ 100 ແຫ່ງມີພະແນກສະເພາະໃຫ້ແກ່ຜູ້ອາຍຸສູງ, ມີຕຽງນອນນັບໝື່ນຕຽງ ແລະ ພະນັກງານການແພດ, ຜູ້ສະໜັກນັບໝື່ນຄົນ, ມີສະໂມສອນໜູນຊ່ວຍເບິ່ງແຍງດູແລຜູ້ອາວຸສູງ. ກ່ຽວກັບດ້ານຈິດໃຈ, ຜູ້ອາຍຸສູງບໍ່ຕ້ອງເສຍຄ່າ ຫຼືຫລຸດຜ່ານຄ່າປີ້ຢ້ຽມຊົມ, ເບິ່ງໜັງ, ເຂົ້າຮ່ວມຂະບວນການວັດທະນະທຳ, ກິລາດ້ວຍສະໂມສອນວັດທະນະທຳເກືອບ 80.000 ແຫ່ງ ທີ່ໄດ້ດຶງດູດສະມາຊິກກ່ວາ 3 ລ້ານຄົນ, ກ່ວາ 9000 ສະໂມສອນລະຫວ່າງລຸ້ນໄດ້ຊ່ວຍກັນ ດ້ວຍສະມາຊິກກ່ວາ 330.000  ຄົນ.

(ແຫຼ່ງຄັດຈາກ VOV)

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ສິນຄ້າຕ່າງໆ ຕ້ອງປະ​ຕິ​ບັດ​ລະ​ບຽບ​ການ​ດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."

Top