• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວໜູນຊ່ວຍນັກສຶກສານະຄອນຫລວງເລີ່ມດຳເນີນທຸລະກິດ start up

ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວໜູນຊ່ວຍນັກສຶກສາເລີ່ມດຳເນີນທຸລະກິດ start up ແມ່ນເນື້ອໃນຈຸດສູມທີ່ໄດ້ຮັບການໄຈ້ແຍກ, ຕີລາຄາຢູ່ກອງປະຊຸມສະຫລຸບວຽກງານຄະນະຊາວໜຸ່ມ - ສະຫະພັນ ແລະ ຂະບວນການຊາວໜຸ່ມ, ນັກສຶກສາກຸ່ມໂຮງຮຽນນະຄອນຫລວງສົກຮຽນ 2017 – 2018 ໂດຍຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຕັ້ງໃນຕອນບ່າຍວັນທີ 28 ກັນຍາ.

 ພາບປະກອບອິນເຕີເນັດ
ບັນດາການເຄື່ອນໄຫວໜູນຊ່ວຍເລີ່ມດຳເນີນທຸລະກິດ start up ນີ້ ເຊິ່ງຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນທຸກຂັ້ນ ຜັນຂະຫຍາຍຜ່ານຫລາຍຮູບການ ທີ່ເໝາະສົມດ້ວຍເງື່ອນໄຂພິເສດສະເພາະຂອງແຕ່ລະໂຮງຮຽນ. ໃນນັ້ນ, ຄະນະຊາວໜຸ່ມ, ສະມາຄົມນັກສຶກສາທຸກຂັ້ນ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາ, ໜູນຊ່ວຍນັກສຶກສາເລີ່ມທຸລະກິດ, ດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງໂດຍຜ່ານບັນດາການເຄື່ອນໄຫວ, ການເຄື່ອນໄຫວໃນເຫດການ. ໄປຄຽງຄູ່ກັນນັ້ນ, ສະມາຄົມນັກສຶກສານະຄອນ ໄດ້ສົບທົບກັບບັນດາວິສາຫະກິດເລີ່ມທຸລະກິດ start up  ທີ່ປະສົບຜົນສຳເລັດຈັດຕັ້ງການເສັງທົດສອບເລີ່ມດຳເນີນທຸລະກິດ start up ຂອງ ຫວຽດນາມ ໃນ ທົ່ວໂລກ.
(​ແຫຼ່ງຄັດ​ຈາກ VOV)

ອາ​ເມ​ລິ​ກາ ​ຈັດ​ສົ່ງ​ນັກຮົບກອງ​ກຳ​ລັງພິ​ທັກແຫ່ງ​ຊາດກວ່າ 1000 ຄົນ ໄປ​ຍັງ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

ອາ​ເມ​ລິ​ກາ ​ຈັດ​ສົ່ງ​ນັກຮົບກອງ​ກຳ​ລັງພິ​ທັກແຫ່ງ​ຊາດກວ່າ 1000 ຄົນ ໄປ​ຍັງ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

ກອງ​ພົນ​ນ້ອຍ​ໄດ້​ສົມທົບ​ລະ​ຫວ່າງ​ກຳ​ລັງ​ສູ້​ຮົບ​ທາງ​ບົກ​ແບບ​ເກົ່າ​ກັບ​ລະ​ບົບ​ເຮືອ​ບິ​ນ​ບໍ່​ມີ​ຄົນ​ຂັບ (UAS), ການ​ສູ້​ຮົບ​ເອ​ເລັກ​ໂຕ​ນິກ (EW), ພາ​ຫະ​ນະ​ຕ້ານ​ວັດ​ຖຸ​ບິນ​ບໍ່​ມີ​ຄົນ​ຂັບ ແລະ ບັນ​ດາ​ລະ​ບົບ​ບັນ​ຊາ​ການ, ຄວບ​ຄຸ​ມ​ທີ່​ທັນ​ສະ​ໄໝ.

Top