ຂ່າວສານ
ເອກອັກຄະລັດຖະທູດ ຫງວຽນນາມເຢືອງ ຍື່ນສານຕາຕັ້ງມາຍັງທ່ານປະທານາທິບໍດີ ປາແລັດສະຕິນ
ໃນວາລະດັ່ງກ່າວ, ທ່ານປະທານາທິບໍດີ Mahmoud Abbas ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງການນຳ ແລະ ປະຊາຊົນ ຫວຽດນາມ. ທ່ານປະທານາທິບໍດີ Mahmoud Abbas ຕີລາຄາສູງບັນດາຜົນງານອັນຍິ່ງໃຫຍ່ ເຊິ່ງ ຫວຽດນາມ ບັນລຸໄດ້ໃນ 40 ປີແຫ່ງການປ່ຽນແປງໃໝ່, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນແບບຢ່າງໃນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ແລະ ການພັດທະນາ ກໍຄື ການລະດົມຄວາມສະໜັບສະໜູນ, ຄວາມສາມັກຄີຈາກປະຊາຄົມສາກົນ ຢ່າງມີ ປະສິດທິຜົນ ເຊິ່ງບັນດາປະເທດຄວນຮຽນຮູ້.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ສະໜັບສະໜູນພາລະກິດຕໍ່ສູ້ຢ່າງຊອບທຳຂອງປະຊາຊົນ ປາແລັດສະຕິນ, ສະໜັບສະໜູນມາດຕະການສອງລັດ ແລະ ຖານະສະມາຊິກທີ່ສົມບູນຂອງ ປາແລັດສະຕິນຢູ່ ສປຊ, ຮັບປະກັນສິດຊົນຊາດທີ່ບໍ່ອາດລ່ວງລ້ຳໄດ້ຂອງຊາວ ປາແລັດສະຕິນ.








