• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງ ຄະນະກຳມາທິການແມ່ນ້ຳຂອງ ແມ່ນ້ຳຄົງຄາໃຫ້ຫຼາຍກ່ວາອີກ

      ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຍົກອອກບາງຂໍ້ສະເໜີຮ່ວມມືຄື: ເພີ່ມທະວີການຮ່ວມມືສາທາລະນະສຸກຜ່ານການຄົ້ນຄ້ວາ, ຜະລິດ ແລະ ແຈກຢາຍວັກຊິນ, ສະໜອງວັກຊິນຕ້ານເຊື້ອ ແລະ ອຸປະກອນ, ວັດຖຸການແພດ, ຍົກສູງຄຸນນະພາບຖັນແຖວພະນັກງານການແພດ ແລະ ລະບົບສາທາລະນະສຸກປະຊາຄົມ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)
      ໂດຍຕອບຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn, ວັນທີ 21 ກໍລະກົດ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາ  (MGC) ຄັ້ງທີ 11 ຕາມຮູບການທາງອອນລາຍ. ເຂົ້າຮ່ວມກອງປະຊຸມຍັງມີລັດຖະມົນຕີການຕ່າງປະເທດ ບັນດາປະເທດຄື ລາວ, ມຽນມາ, ໄທ ແລະ ອິນເດຍ. ກອງປະຊຸມໄດ້ຫວນຄືນເສັ້ນທາງ 2 ທົດສະວັດແຫ່ງການຮ່ວມມື ແລະ ປຶກສາຫາລືກ່ຽວກັບບັນດາກາລະໂອກາດ, ສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ, ກໍ່ຄືບັນດາການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ.
        ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຍົກອອກບາງຂໍ້ສະເໜີຮ່ວມມືຄື: ເພີ່ມທະວີການຮ່ວມມືສາທາລະນະສຸກຜ່ານການຄົ້ນຄ້ວາ, ຜະລິດ ແລະ ແຈກຢາຍວັກຊິນ, ສະໜອງວັກຊິນຕ້ານເຊື້ອ ແລະ ອຸປະກອນ, ວັດຖຸການແພດ, ຍົກສູງຄຸນນະພາບຖັນແຖວພະນັກງານການແພດ ແລະ ລະບົບສາທາລະນະສຸກປະຊາຄົມ
        ລັດຖະມົນຕີ ຖືວ່າ ບັນດາປະເທດຄວນເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄ້ວາ ແລະ ນຳໃຊ້ເຕັກໂນໂລຢີດີຈີຕອນ, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ບຸລິມະສິດການຮ່ວມມືຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງກຳລັງຄວາມສາມາດໃນການຄາດຄະເນ ແລະ ຄຸ້ມຄອງໄພທຳມະຊາດ, ຮ່ວມມືລະຫວ່າງຄະນະກຳມາທິການແມ່ນ້ຳຂອງ ກັບ ອົງການຄຸ້ມຄອງເຂດລຸ່ມແມ່ນ້ຳຄົງຄາ.
        ສິ້ນສຸດກອງປະຊຸມ, ບັນດາປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມລັດຖະມົນຕີ MGC ຄັ້ງທີ 12 ຢູ່ນອກກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໃນປີ 2022.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top