• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ

ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳ 2 ເດືອນ ເພີ່ມຂຶ້ນເກືອບ 6%; ມີວິສາຫະກິດກວ່າ 41.000 ແຫ່ງ ໄດ້ຈົດທະບຽນສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວ; ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸລະດັບສູງສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງ 5 ປີຜ່ານມາ; ຍອດວົງເງິນການນຳເຂົ້າ, ສົ່ງອອກ ຄາດວ່າບັນລຸເກືອບ 114 ຕື້ USD, ເພີ່ມຂຶ້ນເກືອບ 19%...
(ພາບປະກອບ: chinhphu.vn)

ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ຫາກໍປະກາດບົດລາຍງານສະພາບການເສດຖະກິດເດືອນ ກຸມພາ ແລະ 2 ເດືອນຕົ້ນປີ 2024 ດ້ວຍຫຼາຍຂໍ້ມູນທີ່ໜ້າສົນໃຈ, ເຊັ່ນ: ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳ 2 ເດືອນ ເພີ່ມຂຶ້ນເກືອບ 6%; ມີວິສາຫະກິດກວ່າ 41.000 ແຫ່ງ ໄດ້ຈົດທະບຽນສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວ; ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸລະດັບສູງສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງ 5 ປີຜ່ານມາ; ຍອດວົງເງິນການນຳເຂົ້າ, ສົ່ງອອກ ຄາດວ່າບັນລຸເກືອບ 114 ຕື້ USD, ເພີ່ມຂຶ້ນເກືອບ 19% ແລະ ໄພເງິນເຟີ້ ໄດ້ຮັບການແມ່ນຄວບຄຸມຢູ່ໃນລະດັບ 2,84%. ທ່ານນາງ ໂດ້ທິງອກ, ຮອງຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

“ຂົງເຂດອຸດສາຫະກຳ ມີບາດກ້າວເຕີບໂຕຄືນໃໝ່, ພິເສດແມ່ນການເຄື່ອນໄຫວນຳເຂົ້າ - ສົ່ງອອກ ມີສັນຍານຟື້ນຟູຢ່າງແຮງ. ຜ່ານນັ້ນກໍສະແດງໃຫ້ເຫັນວ່າ ຄວາມຕ້ອງການຂອງຕະຫຼາດໂລກມີສັນຍານຟື້ນຟູ. ເມື່ອການສົ່ງອອກເພີ່ມຂຶ້ນສູງ, ສິນຄ້າ ຫວຽດນາມ ກໍມີການຈໍລະຈອນຢ່າງຕໍ່ເນື່ອງ, ສ້າງທ່ວງທ່າໃຫ້ແກ່ການຜະລິດພາຍໃນປະເທດພັດທະນາ ແລະ ປະກອບສ່ວນຊຸກຍູ້ການເຕີບໂຕຂອງທັງ 3 ຂົງເຂດເສດຖະກິດ ນັ້ນແມ່ນກະສິກຳ - ປ່າໄມ້ - ສິນໃນນ້ຳ, ອຸດສາຫະກຳກໍ່ສ້າງ ແລະ ການບໍລິການ. ນີ້ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີນີ້”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top