• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດມະຫາພາກໃນໄລຍະ 7 ເດືອນຕົ້ນປີ 2021 ມີສະຖຽນລະພາບໂດຍພື້ນຖານ, ຫຼາຍຂົງເຂດບັນລຸໄດ້ຜົນງານຕັ້ງໜ້າພໍສົມຄວນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈົ່ງຮີບຮັ່ງສ້າງແຜນການໃຫ້ສົມບູນແບບ, ສ້າງໂຄງການກະທຳຂອງລັດຖະບານ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ)

ກ່າວຄຳເຫັນສະຫຼຸບກອງປະຊຸມທາງອອນລາຍທົ່ວປະເທດຂອງລັດຖະບານກັບບັນດາທ້ອງຖິ່ນ ຕີລາຄາກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມເດືອນ ກໍລະກົດ ແລະ  7 ເດືອນຕົ້ນປີ 2021 ແລະ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 11 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈົ່ງຮີບຮັ່ງສ້າງແຜນການໃຫ້ສົມບູນແບບ, ສ້າງໂຄງການກະທຳຂອງລັດຖະບານ, ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ.

ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ ພ້ອມກັບການປະຕິບັດການແຍກຫ່າງສັງຄົມໃຫ້ເປັນຢ່າງດີ, ກຳນົດເຂດ, ຕັ້ງໜ້າປິ່ນປົວ, ຮັບປະກັນສະພາບແວດລ້ອມໃຫ້ເປັນປົກກະຕິໂດຍໄວນັ້ນ, ບັນດາທ້ອງຖິ່ນບໍ່ປະໃຫ້ປະຊາຊົນຂາດຂອງກິນເຄື່ອງນຸ່ງ. ກ່ຽວກັບບັນຫາວັກຊິນ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ຄຽງຂ້າງການຊຸກຍູ້ການນຳເຂົ້າວັກຊິນ, ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຕ້ອງຍູ້ແຮງການຖ່າຍທອດ, ຄົ້ນຄວ້າເພື່ອຜະລິດວັກຊິນຢູ່ພາຍໃນປະເທດ ແລະ ພວມມີແງ່ຫວັງດີ.

ກ່ຽວກັບສະພາບການເສດຖະກິດໃນເດືອນ ກໍລະກົດ ແລະ 7 ເດືອນຂອງປີ 2021, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ເສດຖະກິດມະຫາພາກໃນໄລຍະ 7 ເດືອນແມ່ນຮັບປະກັນສະຖຽນລະພາບໂດຍພື້ນຖານ, ມີຫຼາຍຂົງເຂດບັນລຸຜົນງານຕັ້ງໜ້າພໍສົມຄວນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງບັນດາຄຳຮຽກຮ້ອງຕ້ອງບັນລຸ ແລະ ຮັກສາໄວ ໃນໄລຍະຈະມາເຖິງແມ່ນ: ການຈະລາຈອນສິນຄ້າ; ຮັບປະກັນການຈະລາຈອນກ່ຽວກັບການເງິນ-ເງິນຕາ; ໜູນຊ່ວຍວິສາຫະກິດ… ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາຫົວໜ່ວຍກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ໃນນັ້ນມີການກະກຽມບັນດາຮ່າງກົດໝາຍເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top