• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ປີ 2021: ຊຸກຍູ້ການເຕີບໂຕເສດຖະກິດອີງໃສ່ການປ່ຽນແປງໃໝ່, ປະດິດຄິດສ້າງ

      ປີ 2021 ແມ່ນປີເລີ່ມດຳເນີນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025 ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ ແຕ່ປີ 2021 – 2030.."
ກອງປະຊມສຳມະນາ “ເສດຖະກິດ ຫວຽດນາມ ປີ 2020 ຊຸກຍູ້ການເຕີບໂຕເສດຖະກິດອີງໃສ່ການປ່ຽນແປງໃໝ່, ປະດິດຄິດສ້າງ
      ກ່າວຄຳເຫັນທີ່ກອງປະຊມສຳມະນາ “ເສດຖະກິດ ຫວຽດນາມ ປີ 2020 ຊຸກຍູ້ການເຕີບໂຕເສດຖະກິດອີງໃສ່ການປ່ຽນແປງໃໝ່, ປະດິດຄິດສ້າງ" ໂດຍສະຖາບັນເສດຖະກິດ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 19 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ບຸ້ນເຍິດກວາງ, ປະທານສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
        “ປີ 2021 ແມ່ນປີເລີ່ມດຳເນີນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025 ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ ແຕ່ປີ 2021 – 2030. ດັ່ງນັ້ນ, ປີ 2021 ແມ່ນປີມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາເສດຖະກິດໃຫ້ຊຸມປີຕໍ່ໄປ. ດັ່ງນັ້ນ, ການຕີລາຄາສະພາບການເສດຖະກິດ ຫວຽດນາມປີ 2020 ແມ່ນມີຄວາມໝາຍສຳຄັນ ເພື່ອຖອດຖອນບົດຮຽນໃຫ້ແກ່ປີ 2021 ແລະ ທັງໄລຍະຊຸມປີຕໍ່ໄປ, ປະກອບສ່ວນບັນລຸເປົ້າໝາຍເຕີບໂຕເສດຖະກິດຢ່າງວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ.”
        ສຳລັບການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2021, ທ່ານ ຫຼີດ້າຍຮຸ່ງ, ພະແນກເສດຖະກິດມະຫາພາກ ແລະ ລະບອບລະບອບລະບຽບການເສດຖະກິດ, ສັງກັດສະຖາບັນເສດຖະກິດ ຫວຽດນາມ ຖືວ່າ:
        ປີ 2021 ແມ່ນປີທີ່ ຫວຽດນາມ ເລີ່ມປະຕິບັດຍຸດທະສາດພັດທະນາເສດຖະກິດໄລຍະ 5 ປີ ແລະ ໄລຍະ 10 ປີ. ນີ້ແມ່ນສິ່ງສຳຄັນທີ່ສຸດສຳລັບພື້ນຖານເສດຖະກິດ ຫວຽດນາມ, ອີງໃສ່ຮູບແບບການໄຈ້ແຍກໝູນໃຊ້ເຂົ້າໃນການຄາດຄະເນ, ພວກຂ້າພະເຈົ້າຍົກອອກການຄາດຄະເນດ້ວຍ  3 ກໍລະນີ, ໃນນັ້ນ, ເນັ້ນເຖິງກໍລະນີ ຫວຽດນາມ ອາດຈະມີການເຕີບໂຕໃນລະດັບ 5,49% ໃນປີ 2021”.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top