• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026: Logistics ສີ​ຂຽວ, ຂໍ້​ກຸນ​ແຈ​ຍົກ​ລະດັບຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ຂອງ​ສິນ​ຄ້າ ຫວຽດ​ນາມ

Logistics ສີ​ຂຽວ ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ນຳ​ໃຊ້​ພາ​ຫະ​ນະ​ປ່ອຍ​ອາຍ​ພິດ​ໜ້ອຍ ຫຼື ວັດ​ຖຸ​ອຸ​ປະ​ກອນທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນ ຫາກ​​ບັນ​ຫາ​ໃຫຍ່ກວ່າ​ແມ່ນ​ການຈັດ​ຕັ້ງ​ຄືນ​ລະ​ບົບ​ສະ​ໜອງທັງໝົດ, ຈາກ​ຂັ້ນ​ຜະ​ລິດ, ສາງ​ສິນ​ຄ້າ ໄປ​ຮອດ​ທ່າ​ກຳ​ປັ່ນ ແລະ ການ​ຂົນ​ສົ່ງ, ເພື່ອ​ແນ​ໃສ່​ຈຳ​ກັດ ບັນ​ດາ​ຂັ້ນ​ຕອນ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຕ່ຳ, ຊ່ວຍຫຼຸ​ດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ໃຫ້​ເປັນ​ຢ່າງ​ດີກວ່າ.
  ທ່ານ​ນາງ shita Dhamani ແລກ​ປ່ຽນ​ບາງ​ບັນ​ຫາ​ກ່ຽວ​ກັບ logistics (ພ​າບ: VNA)  

ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ວັນ​ທີ 27 ຕຸ​ລາ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ບາດ​ຂອງ​ບັນ​ດາ​ປະ​ຕູ​ເຂົ້າ​ອອກ​ຂອງ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ແລະ Logistics ສີ​ຂຽວ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ເຕັກ​ໂນ​ໂລ​ຢີ ແລະ ຂໍ້​ມູນ.

Logistics ສີ​ຂຽວ ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ນຳ​ໃຊ້​ພາ​ຫະ​ນະ​ປ່ອຍ​ອາຍ​ພິດ​ໜ້ອຍ ຫຼື ວັດ​ຖຸ​ອຸ​ປະ​ກອນທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນ ຫາກ​​ບັນ​ຫາ​ໃຫຍ່ກວ່າ​ແມ່ນ​ການຈັດ​ຕັ້ງ​ຄືນ​ລະ​ບົບ​ສະ​ໜອງທັງໝົດ, ຈາກ​ຂັ້ນ​ຜະ​ລິດ, ສາງ​ສິນ​ຄ້າ ໄປ​ຮອດ​ທ່າ​ກຳ​ປັ່ນ ແລະ ການ​ຂົນ​ສົ່ງ, ເພື່ອ​ແນ​ໃສ່​ຈຳ​ກັດ ບັນ​ດາ​ຂັ້ນ​ຕອນ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຕ່ຳ, ຊ່ວຍຫຼຸ​ດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ໃຫ້​ເປັນ​ຢ່າງ​ດີກວ່າ. ທ່ານ​ ບຸ່ຍ​ບາງຽມ, ນັກ​ວິ​ຊາ​ການ​ຂັ້ນ​ສູງ​ກົມ​ສົ່ງ​ອອກ​ນຳ​ເຂົ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ພາຍຫຼັງ​ອອກ​ແບບ​ພວກ​ເຮົາ​ຕ້ອງ​ກຳ​ນົດ​ຕົວ​ເລກ​ເບື້ອງ​ຕົ້ນ, ບັນ​ດາ​ຫົວ​ໜ່ວຍ​ປະ​ຕິ​ບັດ ແລະ ກຳນົດເວ​ລາການ​ຕີ​ລາ​ຄາ​ໝາກ​ຜົນ​ ຕ້ອງໄດ້​ຮັບ​ການວັດ​ແທກ​ດ້ວຍ​ການ​ປ່ອຍ​ອາຍ​ພິ​ດ​ພະ​ລັງ​ງານ, ການ​ຊົມ​ໃຊ້, ຄ່າ​ໃຊ້​ຈ່າຍ ຕາມ​ສິນ​ຄ້າ​ທີ່​ຜະ​ລິດ​ມາ​ໄດ້ ແລະ ອັດ​ຕາ​ຖືກ​ຕ້ອງ​ຕາມ​ເວ​ລາ​ກຳ​ນົດ. ຂໍ້​ມູນ​ດີ​ຈີ​ຕອນ​ຮັ​ບ​ໃຊ້​ການ​ຕິດ​ຕາມ​ບັນ​ດາ​ດັດ​ຊະ​ນີ​ນີ້ພາຍຫຼັງ​ການ​ທົດ​ລອງ, ພວກ​ເຮົາ​ຕ້ອງ​ປະ​ກາດ​ວິ​ທີ​ການ ແລະ ຕີ​ລາ​ຄາ​ສັງ​ລວມ​ເພື່ອ​ເຮັດ​ແນວ​ໃດໃຫ້​ເລືອກ​ໄດ້​ມາດ​ຕະ​ການ​ທະ​ວີ​ຄູນ​ໃນ​ວົງ​ກວ້າງ.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top