• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ຍີ່​ປຸ່ນ - ໄທ - ຫວຽດ​ນາມ

ວັນທີ 15 ມີນາ, ຢູ່ແຂວງ ອຸດອນ ທານີ, ໄທ, ໄດ້ດຳເນີນເວທີປາໄສເຊື່ອມຕໍ່ການຄ້າ, ການທ່ອງທ່ຽວ ຫວຽດນາມ - ໄທ - ຍີ່ປຸ່ນ.
ບັນດາວິສາຫະກິດ ໄທ ແລະ ຍີ່ປຸ່ນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ

ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມເວທີປາໄສ ໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະເທດ ຫວຽດນາມ, ໄທ ແລະ ຍີ່ປຸ່ນ, ສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, logistics, ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຢີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ. ບັນດາຂົງເຂດດັ່ງກ່າວກໍໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຊຸກຍູ້ການຮ່ວມມື ແລະ ຄວາມຜູກພັນລະຫວ່າງ 3 ພື້ນຖານເສດຖະກິດ ຫວຽດນາມ, ໄທ, ຍີ່ປຸ່ນ.

        ໃນຂອບເຂດເວທີປາໄສ, ບັນດາວິສາຫະກິດ ໄທ ແລະ ຍີ່ປຸ່ນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ ໃນບັນດາຂົງເຂດພັດທະນາຕາໜ່າງດຳເນີນທຸລະກິດລະຫວ່າງ  ໄທ ແລະ ຍີ່ປຸ່ນ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ໄທ - ຍີ່ປຸ່ນ ແລະ ການຮ່ວມມືພັດທະນາການຄ້າ, ການສົ່ງອອກນຳເຂົ້າ ຍີ່ປຸ່ນ - ຫວຽດ - ໄທ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ພື້ນ​ຖານ​ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ

ຫວຽດ​ນາມ ມີ​ພື້ນ​ຖານ​ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ

ດ້ວຍເປົ້າໝາຍສ້າງສູນການເງິນສາກົນ ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການກ່ຽວກັບທຶນຮອນ ແລະ ບັນດາຄຳຮຽກຮ້ອງກ່ຽວກັບການເງິນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງຮັບໃຊ້ໂລກອີກດ້ວຍ, ຫວຽດນາມ ມີພື້ນຖານເພື່ອປະຕິບັດເປົ້າໝາຍດັ່ງກ່າວ.

Top