ວັນທີ 15 ມີນາ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ເປັນປະທານກອງປະຊຸມສຸດຍອດແບບທາງໄກດ້ວຍການເຂົ້າຮ່ວມຂອງ 25 ປະເທດ ແນໃສ່ປຶກສາຫາລືກ່ຽວກັບວິທີຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ພາຍຫລັງຄຳສັ່ງຢຸດຍິງໄດ້ຮັບການລົງນາມ.
ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ເປັນປະທານກອງປະຊຸມສຸດຍອດ (ພາບ: AFP)
ກອງປະຊຸມສຸດຍອດຄັ້ງນີ້ ໄດ້ເຕົ້າໂຮມການນຳ 25 ທ່ານມາຈາກຫຼາຍປະເທດ ເອີຣົບ, ອົດສະຕາລີ, ການາດາ ແລະ ນິວຊີແລນ. ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ
Keir Starmer ຮຽກຮ້ອງບັນດາປະເທດເຂົ້າຮ່ວມ “ສຳພັນທະມິດອາສາສະໝັກ” ເພື່ອປ້ອງກັນບໍ່ວ່າຄຳສັ່ງຢຸດຍິງໃດທີ່ບັນລຸໄດ້ຢູ່ ຢູແກຼນ.
ທ່ານກໍຮຽກຮ້ອງ ລັດເຊຍ ຕ້ອງມີຄວາມຈິງຈັງກວ່າ ແລະ ເຂົ້າຮ່ວມການເຈລະຈາພາຍຫຼັງທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ໃຫ້ຄຳໝັ້ນສັນຍາຢຸດຍິງໂດຍບໍ່ມີເງື່ອນໄຂພາຍໃນ 30ວັນ ຢ່າງທັນທີ.
(ແຫຼ່ງຄັດຈາກ VOV)