ຂ່າວສານ

25 ປະ​ເທດປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່ ຢູ​ແກຼນ

ວັນທີ 15 ມີນາ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ເປັນປະທານກອງປະຊຸມສຸດຍອດແບບທາງໄກດ້ວຍການເຂົ້າຮ່ວມຂອງ 25 ປະເທດ ແນໃສ່ປຶກສາຫາລືກ່ຽວກັບວິທີຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ພາຍຫລັງຄຳສັ່ງຢຸດຍິງໄດ້ຮັບການລົງນາມ.
ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ເປັນປະທານກອງປະຊຸມສຸດຍອດ (ພາບ: AFP)

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ເຕົ້າໂຮມການນຳ 25 ທ່ານມາຈາກຫຼາຍປະເທດ ເອີຣົບ, ອົດສະຕາລີ, ການາດາ ແລະ ນິວຊີແລນ. ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ

Keir Starmer  ຮຽກຮ້ອງບັນດາປະເທດເຂົ້າຮ່ວມ “ສຳພັນທະມິດອາສາສະໝັກ” ເພື່ອປ້ອງກັນບໍ່ວ່າຄຳສັ່ງຢຸດຍິງໃດທີ່ບັນລຸໄດ້ຢູ່ ຢູແກຼນ.

        ທ່ານກໍຮຽກຮ້ອງ ລັດເຊຍ ຕ້ອງມີຄວາມຈິງຈັງກວ່າ ແລະ ເຂົ້າຮ່ວມການເຈລະຈາພາຍຫຼັງທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ໄດ້ໃຫ້ຄຳໝັ້ນສັນຍາຢຸດຍິງໂດຍບໍ່ມີເງື່ອນໄຂພາຍໃນ 30ວັນ ຢ່າງທັນທີ.


top