• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ຮ່ວມ​ມື​ໂລກ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ລົງ​ທຶນ​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ເວທີປາໄສຮ່ວມມືໂລກ ຮຽກຮ້ອງໃຫ້ບັນດານັກລົງທຶນ ສວມບົດບາດເປັນແກ່ນສານໃນການກຳນົດຄືນທິດທາງການພັດທະນາຂອງພື້ນຖານເສດຖະກິດໂລກ ແລະ ກຳແໜ້ນກາລະໂອກາດໃໝ່ ໂດຍວິວັດທະນາການຫັນປ່ຽນບັນດາຂະແໜງພະລັງງານ, ກະສິກຳ ແລະ ສາທາລະນະສຸກ ນໍາມາໃຫ້.
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວັກເຟືອງ ແລະ ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: ESCAP)

ວັນທີ 20 ຕຸລາ, ເວທີປາໄສຮ່ວມມືໂລກ (WIF) ຄັ້ງທີ 8 ໄດ້ອັດລົງ, ພາຍຫຼັງດຳເນີນມາເປັນເວລາ 4 ວັນຢູ່ Abu Dhabi, ສະຫະລັດ ອາຣັບ ເອມມີເລດ (UAE). ເວທີປາໄສດັ່ງກ່າວ ຮຽກຮ້ອງໃຫ້ບັນດານັກລົງທຶນ ສວມບົດບາດເປັນແກ່ນສານໃນການກຳນົດຄືນທິດທາງການພັດທະນາຂອງພື້ນຖານເສດຖະກິດໂລກ ແລະ ກຳແໜ້ນກາລະໂອກາດໃໝ່ ໂດຍວິວັດທະນາການຫັນປ່ຽນບັນດາຂະແໜງພະລັງງານ, ກະສິກຳ ແລະ ສາທາລະນະສຸກ ນໍາມາໃຫ້. ເວທີປາໄສ ກໍປະກາດປະມວນນະໂຍບາຍລົງທຶນໃໝ່ອີກດ້ວຍ, ເຊິ່ງລວມມີ ການຢັ້ງຢືນ 50 ເຂດເສດຖະກິດພິເສດແບບຢ່າງ, ເປີດຕົວເວທີປາໄສຫຼາຍຝ່າຍກ່ຽວກັບການປະຕິຮູບບັນດາສັນຍາລົງທຶນສາກົນ ແລະ ການຮ່ວມມືກັບອົງການການທ່ອງທ່ຽວໂລກ ຂອງ ສປຊ ເພື່ອສ້າງຕັ້ງຫຼັກການແນະນຳລົງທຶນໃນຂົງເຂດທ່ອງທ່ຽວແບບຍືນຍົງ...   

ໃນເວທີປາໄສ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວັກເຟືອງ ເປັນຫົວໜ້າຄະນະ ເຂົ້າຮ່ວມເວທີປາໄສ ແລະ ມີບົດກ່າວຄຳເຫັນໃນວາລະປຶກສາຫາລືຕ່າງໆ. ຫວຽດນາມ ກໍໄດ້ເຂົ້າຮ່ວມການວາງສະແດງ ໂຄສະນາ ບ້ານລົງທຶນ ຢູ່ສູນວາງສະແດງແຫ່ງຊາດ Abu Dahbi ອີກດ້ວຍ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top