• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ ​ ລັດ​ຖະ​ບານ - ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ອາ​ຊຽນ​ກ່ຽວ​ກັບ​ສະ​ວັດ​ດີ​ການ​ສັງ​ຄົ​ມ ແລະ ການ​ພັດ​ທະ​ນາ

ວັນທີ 21 ກັນຍາ, ເວທີປາໄສລັດຖະບານ  - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະ ຄວາມສາມັກຄີຂອງຄອບຄົວ: ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບຕົວໃຫ້ແທດເໝາະ ກັບສະພາບການໃໝ່” ໄດ້ດຳເນີນຕາມຮູບແບບທາງອອນລາຍໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມາຈາກບັນດາປະເທດອາຊຽນ, ຄະນະເລຂາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.

 ເວທີປາໄສລັດຖະບານ  - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15  (ພາບ: TTXVN)

ນີ້ແມ່ນເຫດການຈັດຂຶ້ນເປັນປະຈຳປີ ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ (SOMSWD). ຫົວຂໍ້ຂອງປີນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງປະຊາຄົມວັດທະນະທຳ - ສັງຄົມອາຊຽນເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19.

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄອບຄົວ, ພິເສດແມ່ນບັນດາບັນຫາເກີດຂຶ້ນ ໃນໄລຍະເກີດໂລກລະບາດ Covid – 19. ບັນດາຜູ້ແທນໄດ້ຊີ້ແຈ້ງວ່າໂລກລະບາດ Covid - 19 ກໍ່ຜົນສະທ້ອນອັນໃຫຍ່ຫຼວງຕໍ່ບັນດາຄອບຄົວທີ່ມີຄວາມສ່ຽງສູງກ່ວາໝູ່ຄື: ຄອບຄົວຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ຄອບຄົວທີ່ມີແຮງງານບໍ່ເປັນທາງການ ແລະ ຜູ້ເຂົ້າເມືອງ.

        ເວທີປາໄສກໍ່ໄດ້ແບ່ງປັນ, ແນະນຳບັນດາເລື່ອງລາວທີ່ພົ້ນເດັ່ນຂອງບັນດາປະເທດສະມາຊິກກ່ຽວກັບການພົວພັນໃນຄອບຄົວ ແລະ ຄວາມສາມັກຄີກັນໃນໄລຍະເກີດໂລກລະບາດ Covid – 19, ປຶກສາຫາລືກ່ຽວກັບການເພີ່ມທະວີບົດບາດຂອງຄອບຄົວຄື ລະບົບໜູນຊ່ວຍທີ່ຈຳເປັນເພື່ອປົກປ້ອງຄວາມຜາສຸກ ແລະ ສະເໜີບັນດາມາດຕະການ, ການກະທຳ, ການຊຸກຍູ້ ແລະ ປົກປ້ອງຄອບຄົວໃນທົ່ວພາກພື້ນ ອາຊຽນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top