• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ - ອິນ​ເດຍ

ຫວຽດນາມ ຍາມໃດກໍປົວແປງສະພາບແວດລ້ອມແຫ່ງລົງທຶນ ແລະ ດຳເນີນທຸລະກິດເພື່ອສ້າງເງື່ອນໄຂດີ ແລະ ສະດວກທີ່ສຸດໃຫ້ວິສາຫະກິດສອງປະເທດລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ເວທີປາໄສ. (ພາບ: TTXVN)

ວັນທີ 17 ທັນວາ, ໃນຂອບເຂດການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ. ກ່າວຄຳເຫັນນະທີ່ນີ້, ທ່ານເນັ້ນໜັກວ່າ:

        “ນີ້ແມ່ນເວທີປາໄສເສດຖະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງຖືກຈັດຂຶ້ນຢູ່ New Delhi. ເຫດການສຳຄັນນີ້ຈະສ້າງໂອກາດລົງທຶນ, ຮ່ວມມືໃຫ້ວິສາຫະກິດສອງປະເທດ. ເມື່ອວິສາຫະກິດ ອິນເດຍ ລົງທຶນເຂົ້າ ຫວຽດນາມ ໝາຍຄວາມວ່າ ໄດ້ລົງທຶນຢູ່ຕະຫຼາດທີ່ມີປະຊາກອນ 100 ລ້ານຄົນ ເຊິ່ງກຳລັງຢູ່ໃນໄລຍະທີ່ມີອາຍຸອອກແຮງງານດີທີ່ສຸດ. ຫວຽດນາມ ຍາມໃດກໍປົວແປງສະພາບແວດລ້ອມແຫ່ງລົງທຶນ ແລະ ດຳເນີນທຸລະກິດເພື່ອສ້າງເງື່ອນໄຂດີ ແລະ ສະດວກທີ່ສຸດໃຫ້ວິສາຫະກິດສອງປະເທດລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ”.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍໄດ້ເປັນສັກຂີພິຍານພິທີມອບຂໍ້ຕົກລົງຮ່ວມມື 11 ສະບັບ ລະຫວ່າງວິສາຫະກິດ ຫວຽດນາມ ແລະ ອິນເດຍ ໃນຫຼາຍຂົງເຂດ.

  ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານ S. Jaishankar ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ.
(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top