• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026: ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ທົ່ວ​ໂລກ ພ້ອມ​ກັບ WEF

ວັນ​ທີ 26 ຕຸ​ລາ, ເວ​ທ​ີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 - ການ​ເຕົ້າ​ໂຮມ​ຂອງ​ບັນ​ດາຂົ້ວ​ເຕີບ​ໂຕ​ໃໝ່​ທົ່ວ​ໂລກ​ດ້ວຍ​ຫົວ​ຂໍ້ “ຈິດ​ໃຈ​ຮ່ວມ​ມື​ໃນ​ສັງ​ກາດ​ໃໝ່” ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.
ທ່ານ ເລ​ເຈື່ອງ​ຢຸຍ, ຜູ້​ອຳ​ນວຍ​ການ​ສູນການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ຢູ່​ນະ​ຄອນ ໂຮ່​ຈີ​ມິນ (HCMC C4IR) ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ (ພາບ: VNA)

ວັນ​ທີ 26 ຕຸ​ລາ, ເວ​ທ​ີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 - ການ​ເຕົ້າ​ໂຮມ​ຂອງ​ບັນ​ດາຂົ້ວ​ເຕີບ​ໂຕ​ໃໝ່​ທົ່ວ​ໂລກ​ດ້ວຍ​ຫົວ​ຂໍ້ “ຈິດ​ໃຈ​ຮ່ວມ​ມື​ໃນ​ສັງ​ກາດ​ໃໝ່” ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ໂດຍດຳ​ເນີນ​ໃນ​ວັນ​ທີ 26 – 29 ຕຸ​ລາ, ເວ​ທີ​ປາ​ໄສ​ເຕົ້າ​​ໂຮມ​ຜູ້​ແທນປະ​ມານ 1.500 ທ່ານ ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື, ໂອ້​ລົມ​ສົນ​ທະ​ນາ​ສຸມ​ໃສ່​ເຂົ້າ​ບັນ​ດາ​ຫົວ​ຂໍ້: “ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ລະ​ບອບ​ລະບຽບ​ການ​ໃຫ້​ສົມ​ບູນ​ແບບ, ການ​ເງິນ, ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ນະ​ວັດ​ຕະ​ກຳ, ໃນ​ນັ້ນ ມີ​ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ໝູນ​ວຽນ, logistics ສີ​ຂຽວ ແລະ ການ​ພັດ​ທະ​ນາ​ສູ​ນ​ການ​ເງິນ​ສາ​ກົນ. ທ່ານ ເລ​ເຈື່ອງ​ຢຸຍ, ຜູ້​ອຳ​ນວຍ​ການ​ສູນການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ຢູ່​ນະ​ຄອນ ໂຮ່​ຈີ​ມິນ (HCMC C4IR), ຜູ້​ຕາງ​ໜ້າ​ຄະ​ນະ​ຈັດ​ຕັ້ງ ​ໃຫ້​ຮູ້​ວ່າ ຈຸດ​ພົ້ນ​ເດັ່ນ​ຂອງ​ເວທີ​ປາ​ໄສ​ປີ​ນີ້​ແມ່ນ​ການ​ຮ່ວມ Brand ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ໂລກ (WEF) ໃນ​ສອງວັນ ຄືວັນ​ທີ 27 - 28 ຕຸ​ລາ.

ນີ້​ແມ່ນ​ບາດ​ກ້າວ​ເດີນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ໂຮ່​ຈີ​ມິນ​ ເວົ້າ​ສະ​ເພາະ, ຫວຽດ​ນາມ ເວົ້າ​ລວມ ກັບເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ. ນີ້​ແມ່ນ​ຮູບ​ແບບ​ເບິ່ງ​ຄື​ວ່າ​ທຳ​ອິດ​ໃນ​ໂລກ. ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເພື່ອ​ໃຫ້​ພວກ​ເຮົາ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທົ່ວ​ໂລກ, ຊຸກ​ຍູ້​ບັນ​ດາ​ຮູບ​ແບບການ​ຮ່ວມ​ມື ພາກ​ລັດ - ເອ​ກະ​ຊົນ, ເອ​ກະ​ຊົນ - ເອ​ກະ​ຊົນ ແລະ ລັດ - ລັດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ..

Top