• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສຮ່ວມມືດໍາເນີນທຸລະກິດ ຍີ່ປຸ່ນ - ແມ່ນໍ້າຂອງ

      ເວທີປາໄສດັ່ງກ່າວ ລວມມີ 03 ວາລະຄື: ວາລະໄຂ, ວາລະນໍາສະໜີ ແລະ ວາລະສົນທະນາ ໂດຍສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ການແນະນໍາທ່າອ່ຽງການລົງທຶນຂອງຍີ່ປຸ່ນ ເຂົ້າ ຫວຽດນາມ

ທ່ານຫວູຕ໊ຽນລົກ ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ
ກ່າວຄໍາເຫັນທີ່ວາລະໄຂ (ພາບ: Ngoc Thien/ TTXVN)
      ຕອນເຊົ້າວັນທີ 03 ພະຈິກ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI), ອົງການສົ່ງເສີມການຄ້າຍີ່ປຸ່ນ (Jetro) ທີ່ນະຄອນໂຮ່ຈີມິນ ໄດ້ສົມທົບກັບ ສະໂມສອນບັນດາສູນສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ ຢູ່ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນໍ້າຂອງ   ທາງ ພາກໃຕ້ຫວຽດນາມ ຈັດຕັ້ງ “ເວທີປາໄສການຮ່ວມມືດໍາເນີນທຸລະກິດລະຫວ່າງ ຍີ່ປຸ່ນ - ຫວຽດນາມ”ຂຶ້ນ. ເວທີປາໄສດັ່ງກ່າວ ລວມມີ 03 ວາລະຄື: ວາລະໄຂ, ວາລະນໍາສະໜີ ແລະ ວາລະສົນທະນາ ໂດຍສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ການແນະນໍາທ່າອ່ຽງການລົງທຶນຂອງຍີ່ປຸ່ນ ເຂົ້າ ຫວຽດນາມ; ຄວາມສາມາດບົ່ມຊ້ອນ, ກາລະໂອກາດການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ ຢູ່່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ; ຄວາມຕ້ອງການຂອງວິສາຫະກິດ ຍີ່ປຸ່ນ ເມື່ອມາລົງທຶນຢູ່ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ; ການດໍາເນີນທຸລະກິດກັບຫວຽດນາມ - ເລື່ອງລາວຄວາມເປັນຈິງ.  ພິເສດ, ໃນວາລະສົນທະນາ ໄດ້ລົງເລິກເຂົ້າບັນດາບັນຫາການຮ່ວມມື ໃນບັນດາຂົງເຂດຄື: ການຜະລິດສະບຽງອາຫານ, ທັນຍາຫານ; ການຊຸກຍູ້ ຜະລິດຕະພັນກະເສດສົ່ງອອກໄປຍັງ ຍີ່ປຸ່ນ; ເຕັກໂລໂນຢີ ICT; ພັດທະນາການທ່ອງທ່ຽວ ແລະ ອື່ນໆ.
 (ແຫຼ່ງຄັດຈາກ VOV)
 

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top