• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສຂັ້ນສູງການຫັນເປັນດີຈີຕອນ ຫວຽດນາມ - ອາຊີ

ເວທີປາໄສໄດ້ເຕົ້າໂຮມຜູ້ແທນກວ່າ 2.000 ຄົນທີ່ມາຈາກ 12 ພື້ນຖານເສດຖະກິດ ແລະ 18 ແຂວງ, ນະຄອນ, ອົງການຈັດຕັ້ງສາກົນ, ບັນດາກຸ່ມບໍລິສັດເຕັກໂນໂລຊີ, ປະຊາຄົມວິສາຫະກິດ ຫວຽດນາມ ແລະ ສາກົນ.
  ທີ່ເວທີປາໄສ (ພາບ: Vietnam+)  

ຕອນ​ເຊົ້າ​ວັນ​ທີ 28 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ເວ​ທີ​ປາ​ໄສ​ຂັ້ນ​ສູງການ​ຫັນ​ເປັນ​ດີ​ຈີ​ຕອນ ຫວຽດ​ນາມ - ອາ​ຊີ (Vietnam - Asia DX Summit) 2026 ໄດ້ຈັດ​ວາ​ລະ​ປ​ະ​ຊຸມ​ຄົບ​ຄະ​ນະ ດ້ວຍ​ຫົວ​ຂໍ້ “ສ້າງ​ສັນ​ບັນ​ດາ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ 2 ຕົວ​ເລກ”.

ເວ​ທີ​ປາ​ໄສ​ໄດ້​ເຕົ້າ​ໂຮມ​ຜູ້​ແທນກວ່າ 2.000 ຄົນ​ທີ່​ມາ​ຈາກ 12 ພື້ນ​ຖານ​ເສດ​ຖະ​ກິດ ແລະ 18 ແຂວງ, ນ​ະ​ຄອນ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສາ​ກົນ.

ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ເວ​ທີ​ປາ​ໄສໄດ້ກຳນົດສ້າງຮູບ​ແບບ​ຮ່ວມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ ເພື່ອ​ຫັນ​ໂຄງ​ປະ​ກອບ​ຂໍ້​ມູນ - ຮູບ​ແບບ - ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ເປັນຄົບ​ຊຸດ, ຍົກ​ອອກ​ທິດ​ທາງ​ເພື່ອ​ໃຫ້​ປັນ​ຍາ​ປະ​ດິດ ຫັນປ່ຽນ​ຈາກ “ບຸກ​ທະ​ລຸ​ໃນ​ການນຳ​ໃຊ້” ໄປ​ສູ່ “​ເປັນ​ເຈົ້າ​ການຢ່າງ​ມີ​ຫົວ​ຄິ​ດ​ປະ​ດິດ​ສ້າງ” ເຕັກ​ໂນ​ໂລ​ຊີ​ແກ່ນ​ສານ; ປຸກ​ລຸກ​ລຸລ່ວງແຫຼ່ງ​ທຶນ​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຢ່າງ​ລວງ​ເລິກ ແລະ ເປັນ​ເອ​ກະ​ພາບບັນ​ດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ສະ​ພາບ​ການ​ເຕີບ​ໂຕ​ຈາກ​ທ້ອງ​ຖິ່ນ.

ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ໄດ້​ເປັນ​ເອ​ກະ​ພາບ​ສານ​ຂໍ້ຄວາມທີ່ມີ​ລັ​ກ​ສະ​ນະ​ບາດ​ລ້ຽວ. ນັ້ນ​ແມ່ນ​ກຳ​ລັງ​ໜູນ​ກາ​ນ​ເຕີບ​ໂຕ​ໃໝ່​ຂອງ ຫວຽດ​ນາມ ບໍ່​ພຽງ​ແຕ່​ມາ​ຈາກ​ແຫ່ງ​ທຶນ ຫຼື ແຮງ​ງານ​ຄື​ເມື່ອ​ກ່ອນ, ຫາກ​ຍັງ​ມາ​ຈາກ​ສະ​ມັດ​ຕະ​ພາບ​ໃໝ່​ທີ່​ໄດ້​ສ້າງ​ຂຶ້ນ​ຍ້ອນ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ, ປັນ​ຍາ​ປະ​ດິດ ແລະ ​ກຳ​ລັງ​ຄ​ວາມ​ສາ​ມາດ​ນະ​ວັດ​ຕະ​ກຳ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ຕອ​ນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດທີ່​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ພົບ​ປະ​ ກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ.

Top