ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະເລຂາສູນກາງພັກ ກ່ຽວກັບການເກັບກຳຄຳເຫັນຂອງປະຊາຊົນຕໍ່ການປັບປຸງລັດຖະທຳມະນູນ ປີ 2013
ຕອນບ່າຍວັນທີ 13 ພຶດສະພາ, ຢູ່ສຳນັກງານສູນກາງພັກ ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານກອງປະຊຸມຄະນະເລຂາສູນກາງພັກ ກ່ຽວກັບການຜັນຂະຫຍາຍ ແລະ ສະພາບການເກັບກຳຄຳເຫັນຂອງປະຊາຊົນ, ຂະແໜງການທຸກຂັ້ນກ່ຽວກັບຮ່າງເອກະສານປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013. ໃນກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ຍູ້ໄວການໝູນໃຊ້ດີຈີຕອນ, ວິທະຍາສາດ, ເຕັກໂນໂລຢີເຂົ້າໃນວິວັດທະນາການເກັບກຳຄຳເຫັນຂອງປະຊາຊົນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບທີ່ໄດ້ມອບໝາຍແລ້ວ ຕ້ອງປະຕິບັດວຽກງານສັງລວມໃຫ້ເປັນຢ່າງດີ, ຮັບປະກັນລັກສະນະພາວະວິໄສເນື້ອໃນຄຳເຫັນເຊິ່ງປະຊາຊົນປະກອບ, ລາຍງານຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນ:
“ເພີ່ມທະວີວຽກງານຕໍ່ສູ້ຕ້ານບັນດາຂໍ້ມູນທີ່ສົ່ງຜົນກະທົບຕໍ່ວິວັດທະນາການປັບປຸງລັດຖະທຳມະນູນ. ມອບໝາຍໃຫ້ຄະນະພັກສະພາແຫ່ງຊາດ ຊີ້ນຳບັນດາອົງການຮວບຮ່ວມຄຳເຫັນເພື່ອຖອດຖອນບົດຮຽນປະສົບການ, ສືບຕໍ່ຈັດຕັ້ງການເກັບກຳຄຳເຫັນຂອງປະຊາຊົນສຳລັບບັນດາບັນຫາໃຫຍ່ຂອງປະເທດຊາດໃນໄລຍະຈະມາເຖິງ.”