ທ່ານ ຫງວຽນວັນທັງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ນຳສະເໜີເນື້ອໃນຮ່າງມະຕິຂອງສະພາແຫ່ງຊາດ ທົດແທນໃຫ້ ມະຕິສະບັບເລກທີ 35/2021 ຂອງສະພາແຫ່ງຊາດ ກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະ ພັດທະນານະຄອນ ຫາຍຟ່ອງ.
ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ຫວຽດນາມ (ພາບ: quochoi.vn)
ຕອນເຊົ້າວັນທີ 13 ພຶດສະພາ, ໃນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ນຳສະເໜີເນື້ອໃນຮ່າງມະຕິຂອງສະພາແຫ່ງຊາດ ທົດແທນໃຫ້ ມະຕິສະບັບເລກທີ 35/2021 ຂອງສະພາແຫ່ງຊາດ ກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະ ພັດທະນານະຄອນ ຫາຍຟ່ອງ.
ໃບສະເໜີໄດ້ເຕື້ອງເຖິງ 6 ກຸ່ມນະໂຍບາຍໃຫຍ່ ເຊັ່ນ: ຄຸ້ມຄອງການລົງທຶນ,ການເງິນ - ງົບປະມານແຫ່ງລັດ; ວາງແຜນຜັງຕົວເມືອງ, ຊັບພະຍາກອນທຳມະຊາດດ ແລະ ສິ່ງແວດລ້ອມ; ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ; ລະບອບນະໂຍບາຍພະນັກງານລັດຖະກອນ, ພາລະກອນ; ສ້າງເຂດການຄ້າເສລີ ຫາຍຟ່ອງ. ບັນດາກຸ່ມນະໂຍບາຍດັ່ງກ່າວ ໄດ້ສ້າງກອບນິຕິກຳໃຫ້ແກ່ເຂດການຄ້າເສລີທົດລອງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະ, ບຸກທະລຸເພື່ອດຶງດູດການລົງທຶນ, ການເງິນ, ການຄ້າ, ການບໍລິການ, ການສົ່ງອອກ, ວິສາຫະກິດ, R&D ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
(ແຫຼ່ງຄັດຈາກ VOV)