ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ: ສ້າງຖັນແຖນພະນັກງານສືບຂ່າວລັບມີຈິນຕະນາການດ້ານວິຊາການທີ່ດີ
ຕອນເຊົ້າວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ກົມໃຫຍ່ II ກອງທັບປະຊາຊົນ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ຂອງຕົນ (25/10/1945 - 25/10/2025) ແລະ ຕ້ອນຮັບ ຫຼຽນໄຊ ໂຮ່ຈີມິນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ເຂົ້າຮ່ວມພິທີກໍ່ຍັງມີທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ບັນດາການນຳ, ອະດີດການນຳພັກ, ລັດ.
ເນັ້ນໜັ້ກເຖິງບັນດາການປະກອບສ່ວນຂອງກົມໃຫຍ່ II ໃນ 80 ປີຜ່ານມາ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າໃນສະພາບການໂລກ ແລະ ພາກພື້ນ ພວມຢູ່ໃນໄລຍະປ່ຽນແປງ ວາງອອກຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ທີ່ນັບມື້ນັບສູງກວ່າ ສຳລັບຂະແໜງສືບຂ່າວລັບ ປ້ອງກັນປະເທດ. ເພື່ອປະຕິບັດສຳເລັດໜ້າທີ່ໃນສະພາບການໃໝ່, ທ່ານເລຂາທິການໃຫຍ່ ຮຽກຮ້ອງ ອົງການສືບຂ່າວລັບ ປ້ອງກັນປະເທດ ສືບຕໍ່ປະຕິບັດບົດບາດເປັນອົງການສືບຂ່າວຍຸດທະສາດຂອງພັກ, ລັດໃຫ້ເປັນຢ່າງດີ ແລະ ເປັນອົງການສືບຂ່າວດ້ານວິຊາການການທະຫານຂອງ ຄະນະພັກກອງທັບ, ກະຊວງປ້ອງກັນປະເທດ.