ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບການນຳວິສາຫະກິດດີເດັ່ນຈຳນວນໜຶ່ງຂອງແດນມາກ
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ລາຊະອານາຈັກ ແດນມາ, ຕອນເຊົ້າວັນທີ 20 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Copenhagen, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ກະສັດລາຊະອານາຈັກ ແດນມາກ Frederik X ໄດ້ເຂົ້າຮ່ວມການພົບປະກັບບັນດາວິສາຫະກິດດີເດັ່ນຂອງແດນມາກຄື: A.P. Moller – Maersk ໃນຂົງເຂດການຄ້າ ແລະ logistics; LEGO Group, Carlsberg, Pandora ໃນຂົງເຂດການລົງທຶນອຸດສາຫະກຳ; Copenhagen Infrastructure Partners (CIP) ສະເພາະຫົວເລື່ອງກ່ຽວກັບການລົງທຶນພະລັງງານ ແລະ Vestas ເຄື່ອນໄຫວໃນຂົງເຂດຫັນປ່ຽນພະລັງງານ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສຳລັບຂົງເຂດ logistics ແລະ ທ່າກຳປັ່ນທະເລ, ບັນດາວິສາຫະກິດແດນມາກຈົ່ງຄົ້ນຄ້ວາເປີດກວ້າງການລົງທຶນເຂົ້າລະບົບທ່າກຳປັ່ນທະເລ, ທ່າກຳປັ່ນສົ່ງຕໍ່ ສາກົນ, ສູນ logistics, logistics ອັດສະລິຍະ, logistics ການບິນ, logistics ທາງລົດໄຟ ແລະ ບັນດາມາດຕະການຄຸ້ມຄອງລະບົບຕອ່ງໂສ້ການສະໜອງທີ່ທັນສະໄໝ, ສ້າງບັນດາສູນແຈກຢາຍ, ສົ່ງຕໍ່ ແລະ ຄຸ້ມຄອງລະບົບສະໜອງໃຫ້ແກ່ພາກພື້ນ ຢູ່ ຫວຽດນາມ. ສຳລັບຂົງເຂດພະລັງງານ ຫວຽດາມ ປາດຖະໜາວ່າບັນດາກຸ່ມບໍລິສັດຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາພະລັງງານສະອາດ, ພະລັງງານທົດແທນ, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ບັນດາແຫຼ່ງສະໜອງໄຟຟ້າເປັນປົກກະຕິ ແລະ ມີໄຫວພິບ, ລະບົບສຳຮອງພະລັງງານ ແລະ ບັນດາມາດຕະການຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ; ສ້າງລະບົບນິເວດອຸດສາຫະກຳພະລັງງານ, ພັດທະນາຕ່ອງໂສ້ການສະໜອງ, ການຜະລິດວັດຖຸອຸປະກອນ, ການບໍລິການເຕັກນິກ, ການຄົ້ນຄ້ວາ ພັດທະນາ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ ແລະ ຍົກສູງອັດຕາເຂົ້າຮ່ວມຂອງວິສາຫະກິດຫວຽດນາມ ເທື່ອລະກ້າວ. ສຳລັບຂົງເຂດການຜະລິດກ້າວໜ້າ, ບັນດາກຸ່ມບໍລິສັດຕ້ອງມຸ່ງໄປເຖິງ ເປົ້າໝາຍເພື່ອໃຫ້ບັນດາຜະລິດຕະພັນໄດ້ຮັບການຄົ້ນຄ້ວາ, ອອກແບບ ແລະ ຜະລິດຢູ່ຫວຽດນາມ ອາດສາມາດເຂົ້າເຖິງຜູ້ບໍລິໂພກນັບຮ້ອຍລ້ານຄົນໃນທົ່ວໂລກ.






