• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່ ອິນ​ເດຍ ແລະ ສີ​ລັງ​ກາ

ຕອນ​ເຊົ້າ​ວັນ​ທີ 09 ພຶດ​ສະ​ພາ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເດີນ​ທາງ​ມາ​ຮອດ​ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ, ສີ​ລັງ​ກາ ຢ່າງ​ຈົບ​ງາມ. ໝາກ​ຜົນ​ສຳ​ຄັນ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ ອິນ​ເດຍ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ແບບ​ເພີ່ມ​ທະ​ວີ ແລະ ​ຍົກ​ລະ​ດັບ​ການ​ພົວ​ພັນກັບ ສີ​ລັງ​ກາ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ.
  ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່ ອິນ​ເດຍ ແລະ ສີ​ລັງ​ກາ (ພາບ: TTXVN)  

ກ່ອນ​ໜ້າ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ Harini Amarasuriya. ພົບ​ປະ​ກັບ​ພະ​ນັກ​ງານ​ບັນ​ດາ​ອົງ​ການ​ຕາງ​ໜ້າ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ສີ​ລັງ​ກາ.

ຕອນ​ຄ່ຳ​ວັນ​ທີ 08 ພຶດ​ສະ​ພາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ Colombo, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕ້ອນ​ຮັບ​ທ່ານ Mohan Pandithage, ປະ​ທານ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Hayleys PLC.

ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສົ່ງ​ເສີມ​ກຸ່ມ​ບໍ​ລິ​ສັດ Hayleys ສືບ​ຕໍ່​ຄົ້ນ​ຄວ້າ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ ເຊິ່ງ​ກຸ່ມ​ບໍ​ລິ​ສັດ​ມີ​ທ່າ​ແຮງ ແລະ ແທດ​ເໝາະ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ເຊັ່ນ: ການ​ເຊື່ອມ​ຕໍ່​ທາງ​ການ​ບິນ, ການ​ບໍ​ລິ​ການ ແລະ logistics; ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ໃນ​ບັນ​ດາ​ຂະ​ແໜງ.

ໂດຍ​ຕິດ​ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໃນ​ການ​ປະ​ຕິ​ບັດ​ງານ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ ຢັ້ງ​ຢືນ​ວ່າ:

​“ສອງ​ປະ​ເທດ​ໄດ້​ພ້ອມ​ກັບພວກເຮົາ​ວາງ​ອອກ​ບັນ​ດາ​ກຳ​ນົດ​ທິດ​ໃໝ່​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ໃໝ່ ຕາມ​ທິດ​ເໝາະ​ສົມ​ກັບ​ກັບຄວາມຕ້ອງການຂອງ​ສອງ​ປະ​ເທດ, ລະ​ອຽດ​ແມ່ນ ສຳ​ລັບ ອິນ​ເດຍ, ພວກ​ເຮົາ​ໄດ້​ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ແມ່ນ​ເສົາ​ຄ້ຳ​ໃນ​ການ​ຮ່ວມ​ມື​ໃໝ່, ສຳ​ລັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ມີ​ບັນ​ດາ​ມາດ​ຕ​ະ​ການ​ລະ​ອຽດ​ເພື່ອ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ​ກໍ​ຄື​ການ​ປະ​ສານ​ສົມ​ທົບ​ຂອງ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ. ສຳ​ລັບ ສີ​ລັງ​ກາ, ສອງ​ປະ​ເທດ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ ແຕ່​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນ​ທົບ 5 ເທົ່າລະ​ດັບ​ປັດ​ຈຸ​ບັນ ແລະ​ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ​ຈະ​ເຂົ້າ​ເຖິງ​ຕະຫຼາດ​ຂອງ ສີ​ລັງ​ກາ ຫຼາຍກວ່າ​ອີກ.”

ໃນ​ສອງວັນ​ຜ່ານ​ມາ, ສື່​ມວນ​ຊົນ​ສີ​ລັງ​ກາ ໄດ້​ໃຫ້​ຂ່າວ​, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ; ໂດຍ​ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ສາຍ​ພົວ​ພັນ​ສອງ​ປະ​ເທດ, “ເປີດໜ້າ​ປະ​ຫວັດ​ສາດ​ໃໝ່​” ໃຫ້​ແກ່​ບັນ​ດາ​ການ​ຮ່ວມ​ມື​ສອງ​ຝ່າຍ. ຫຼາຍ​ອົງ​ການ​ສື່ມວນ​ຊົນ​ໃຫຍ່​ຂອງ ສີ​ລັງ​ກາ ສືບ​ຕໍ່​ອັບ​ເດັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່ Colombo. ມີຫຼາຍ​ບົດ​ຂຽນ​ໄດ້​ນຳ​ໃຊ້​ກຸ່ມ​ຄຳ​ທີ່​ວ່າ “ບາດ​ລ້ຽວ​ປະ​ຫວັ​ດ​ສາດ” ຫຼື “ໜ້າ​ປະ​ຫວັດ​ສາດໃໝ່​ໃນ​ສາຍ​ພົວ​ພັນ​ສອງ​ຝ່າຍ” ເພື່ອ​ພັນ​ລະ​ນາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້.

(ແຫຼ່ງຄັດຈາກ VOV)

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

SAHA 2026 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ປ້ອງ​ກັນ​ຊາດ, ການ​ບິນ​ອາ​ວະ​ກາດ ແລະ ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ເອີ​ຣົບ ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດກວ່າ 1700 ແຫ່ງ ທີ່​ມາ​ຈາກ 120 ປະ​ເທດ.

Top