ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ວຽກງານຜູ້ອາຍຸສູງ, ຕ້ອງໄດ້ຮັບຮູ້ດ້ວຍຈິນຕະນາການໃໝ່ໃນໄລຍະພັດທະນາໃໝ່
ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຜູ້ອາຍຸສູງ ຫວຽດນາມ ຄົບຮອບ 85 ປີ (ວັນທີ 06/06/1941 - 06/06/2026), ຕອນບ່າຍວັນທີ 05 ມິຖຸນາ, ທີ່ສຳນັກງານປະທານປະເທດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບຜູ້ອາຍຸສູງ 85 ທ່ານ ທີ່ດີເດັ່ນທົ່ວປະເທດ ໃນບັນດາຂະບວນການແຂ່ງຂັນຮັກຊາດ ໄລຍະ 2021 – 2026.
ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ໃນສັງຄົມ, ຜູ້ອາຍຸສູງແມ່ນກຳລັງພິເສດ ປະກອບສ່ວນຮັກສາພື້ນຖານຄຸນສົມບັດ, ເພີ່ມພູນຄູນສ້າງຄວາມເຊື່ອໝັ້ນ, ປັບປຸງຄວາມເຫັນດີເຫັນພ້ອມ ແລະ ແຜ່ກະຈາຍບັນດາຄຸນຄ່າທີ່ດີງາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ:
“ອຳນາດການປົກຄອງທຸກຂັ້ນ ຄວນສ້າງເງື່ອນໄຂເພື່ອໃຫ້ຜູ້ອາຍຸສູງ ສືບຕໍ່ເຂົ້າຮ່ວມການປະກອບຄຳເຫັນໃນການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ການສຶກສາມູນເຊື້ອ, ແກ້ໄຂບັນດາຢູ່ຂັ້ນຮາກຖານ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ສ້າງຊີວິດການເປັນຢູ່ທາງດ້ານວັດທະນະທຳ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ສ້າງສະພາບແວດລ້ອມຄອບຄົວ, ຊຸມຊົນ ແລະ ສັງຄົມ ທີ່ເປັນມິດກັບຜູ້ອາຍຸສູງ. ການເບິ່ງແຍງດູແລຜູ້ອາຍຸສູງ ທຳອິດແມ່ນຕ້ອງເລີ່ມຈາກສິນທຳ, ຈາກຄວາມຮັບຜິດຊອບຂອງແຕ່ລະຄອບຄົວ ແລະ ກາຍເປັນມາດຖານການປະພຶດຂອງທົ່ວສັງຄົມ”.






