ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວຽກ​ງານ​ຜູ້​ອາ​ຍຸ​ສູງ, ຕ້ອງ​ໄດ້​ຮັບ​ຮູ້​ດ້ວຍ​ຈິນ​ຕະ​ນາ​ການ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ຕອນ​ບ່າຍ​ວັນ​ທີ 05 ມິ​ຖຸ​ນາ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ອາ​ຍຸ​ສູງ​ 85 ທ່ານ ທີ່ດີ​ເດັ່ນ​ທົ່ວ​ປະ​ເທດ ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໄລ​ຍະ 2021 – 2026.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຖ່າຍ​ຮູບ​ກັບ​ບັນ​ດາ​ຜູ້​ອາ​ຍຸ​ສູງ​ດີ​ເດັ່ນ​ທົ່ວ​ປະ​ເທດ ໃນ​ໄລ​ຍະ 2021 - 2026 (ພາບ: TTXVN)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອຜູ້​ອາ​ຍຸ​ສູງ ຫວຽດ​ນາມ ຄົບ​ຮອບ 85 ປີ (ວັນ​ທີ 06/06/1941 - 06/06/2026), ຕອນ​ບ່າຍ​ວັນ​ທີ 05 ມິ​ຖຸ​ນາ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ອາ​ຍຸ​ສູງ​ 85 ທ່ານ ທີ່ດີ​ເດັ່ນ​ທົ່ວ​ປະ​ເທດ ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໄລ​ຍະ 2021 – 2026.

ຢູ່​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ໃນ​ສັງ​ຄົມ, ຜູ້​ອາ​ຍຸ​ສູງ​ແມ່ນ​ກຳ​ລັງ​ພິ​ເສດ ປະ​ກອບ​ສ່ວນ​ຮັກ​ສາ​ພື້ນ​ຖານ​ຄຸນ​ສົມ​ບັດ, ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ເຊື່ອ​ໝັ້ນ, ປັບ​ປຸງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ທີ່​ດີ​ງາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ສະ​ເໜີ​ວ່າ:

“ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ຄວນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ອາ​ຍຸ​ສູງ ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ປະ​ກອບ​ຄຳ​ເຫັນ​ໃນ​ການ​ກໍ່​ສ້າງ​ພັກ, ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄອງ, ການ​ສຶກ​ສາ​ມູນ​ເຊື້ອ, ແກ້​ໄຂ​ບັນ​ດາ​ຢູ່​ຂັ້ນຮາກ​ຖານ, ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ທະ​ນ​ະ​ທຳ ແລະ ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ສ້າງ​ສະ​ພາບ​ແວດ​ລ້ອມ​ຄອບ​ຄົວ, ຊຸມ​ຊົນ ແລະ ສັງ​ຄົມ ທີ່​ເປັນ​ມິດ​ກັບ​ຜູ້​ອາ​ຍຸ​ສູງ. ​ການເບິ່ງ​ແຍງ​ດູ​ແລ​ຜູ້​ອາ​ຍຸ​ສູງ​ ທຳ​ອິດ​ແມ່ນ​ຕ້ອງ​ເລີ່ມ​ຈາກ​ສິນ​ທຳ, ຈາກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ຄອບ​ຄົວ ແລະ ກາຍ​ເປັນ​ມາດ​ຖານ​ການ​ປະ​ພຶດ​ຂອງ​ທົ່ວ​ສັງ​ຄົມ”.


top