ຂ່າວສານ
ເລີ່ມລົງມືກໍ່ສ້າງ, ກໍ່ສ້າງສຳເລັດກວ່າ 100 ໂຄງການຂ່ຳນັບຮັບຕ້ອນວັນນະຄອນ ໂຮ່ຈີມິນ ຄົບຮອບ 50 ປີ
ໃນນັ້ນ ມີຫຼາຍກິດຈະກຳຈຸດສຸມ, ເຊັ່ນ: ເສັ້ນທາງລົດໄຟ ຖູທຽມ - ລອງແທັ່ງ; ເສັ້ນທາງດ່ວນ ໂຮ່ຈ່າມ - ສະໜາມບິນສາກົນ ລອງແທ່ງ; ເປີດກວ້າງເສັ້ນທາງ ຫງວຽນເຕິດແທ່ງ; ກຸ່ມທ່າກ່ຳປັ່ນທະເລ ກາຍແມບຮະ; ໂຄງການຂົວຂ້າມທະເລ ເກີິ່ນເຢີ່ - ຫວູງເຕົ່າ.
ພ້ອມດຽວກັນນັ້ນ, ຕາມແຜນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 136 ປີ (ວັນທີ 19/5/1890 - 19/5/2026) ແລະ ວັນປະທານ ໂຮ່ຈີມິນ ເດີນທາງໄປຊອກຫາເສັ່ນທາງກູ້ຊາດ ຄົບຮອບ 115 ປີ (5/6/1911 - 5/6/2026), ມີນັບສິບກິດຈະກຳສະເຫຼີມສະຫຼອງ, ຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ເຊີດຊູບັນດາຕົວແບບດີເດັ່ນ, ປຸກລະດົມການປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ, ງານວາງສະແດງ, ງານບຸນປຶ້ມ, ການສະແດງສິລະປະ, ກິລາ… ຈະຈັດຂຶ້ນໃນບໍລິເວນນະຄອນ ໂຮ່ຈີມິນ ແລະ ແຂວງ ເງະອານ, ບ້ານເກີດເມືອງນອນຂອງເພິ່ນ.







