ເດືອນຊາວໜຸ່ມປີນີ້ ໄດ້ຜັນຂະຫຍາຍ ການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍ, ໃນນັ້ນມີຄະນະຊາວໜຸ່ມທຸກຂັ້ນຕອບສະໜອງການປະຕິບັດບັນດາຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ; ສຸມໃສ່ຜັນຂະຫຍາຍການແຂ່ງຂັນໄລຍະຈຸດສຸມ “500 ວັນແລະຄືນແຂ່ງຂັນ ກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ 3000 ກີໂລແມັດ”.
ພິເສດ, ບັນດາການເຄື່ອນໄຫວສຸມໃສ່ປະຕິບັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ຢ່າງມີປະສິດທິຜົນ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນຄົນ, ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມກ່ຽວກັບຂະບວນການ “ທົ່ວປວງຊົນຮ່ຳຮຽນໃນຍຸກດີຈີຕອນ”.
ແລະກໍ່ໃນຕອນເຊົ້າວັນ 1 ມີນາ, ຢູ່ພິທີ, ສູນກາງຄະນະຊາວໜຸ່ມໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ ແລະ ຊາວໜຸ່ມ, ເຍົາວະຊົນອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກ.