• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນຢ່າງຖືກຕ້ອງຕາມກົດໝາຍ

ທ່ານນາຍົກລັດຖະມົນຕີ ຢືນຢັນ: ຫວຽດນາມ ພ້ອມແລ້ວ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ເອີລົບ ລົງທຶນພັດທະນາ ຢູ່ ຫວຽດນາມ.
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ

ຕອນບ່າຍວັນທີ 2 ກຸມພາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ເອີລົບ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຖືວ່າ: ດ້ວຍທ່າໄດ້ປຽບດ້ານພູມສາດການເມືອງຂອງ ຫວຽດນາມ, ສອງຝ່າຍ ຍັງມີຄວາມບົ່ມຊ້ອນຫລາຍຢ່າງເພື່ອລົງທຶນ, ທ່ານປາດຖະຫນາຢາກໃຫ້ບັນດາວິສາຫະກິດເອີລົບ ພວມເຮັດທຸລະກິດຢູ່ ຫວຽດນາມ ສືບຕໍ່ເປີດກວ້າງການດຳເນີນທຸລະກິດ ແລະ ຖື ຫວຽດນາມ ແມ່ນຖານທີ່ໝັ້ນການຜະລິດ, ລົງທຶນ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບສະຫນອງທົ່ວໂລກຢ່າງເລິກເຊິ່ງກວ່າ, ຫັນຕະຫລາດ, ຜະລິດຕະພັນເປັນຫລາຍຮູບແບບ.  ພ້ອມກັນນັ້ນ ຊ່ວຍວິສາຫະກິດ ຫວຽດນາມ ພັດທະນາເຕີບໃຫຍ່ເຂັ້ມແຂງພ້ອມກັບບັນດາວິສາຫະກິດ ເອີລົບ, ເພີ່ມທະວີການລົງທຶນຄຸນນະພາບກວ່າອີກ, ຖ່າຍທອດເຕັກໂນໂລຊີກ້າວຫນ້າໃຫ້ແກ່ ຫວຽດນາມ ໃນຂົງເຂດ ດິຈິຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພັດທະນາສູນກາງການເງິນ, ສາທາລະນະສຸກ. ທ່ານນາຍົກລັດຖະມົນຕີ ຢືນຢັນ: ຫວຽດນາມ ພ້ອມແລ້ວ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ເອີລົບ ລົງທຶນພັດທະນາ ຢູ່ ຫວຽດນາມ ແລະ ເນັ້ນຫນັກ ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ເຂດເສດຖະກິດທີີ່ມີເງິນລົງທຶນຂອງຕ່າງປະເທດ ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ ຫວຽດນາມ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນຢ່າງຖືກຕ້ອງຕາມກົດໝາຍ.

ຜູ້ຕາງຫນ້າບັນດາວິສາຫະກິດ ເອີລົບ ຕີລາຄາສູງ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ແລະ ແມ່ນສະຖານທີ່ລົງທຶນອັນດູດດຶ່ມໃນໂລກ. ບັນດາຜູ້ແທນສະແດງຄວາມປາດຖະຫນາຢາກສືບຕໍ່ລົງທຶນເຂົ້າຫວຽດນາມ ໃນຂົງເຂດພະລັງງານ, ເປັນຕົ້ນແມ່ນໄຟຟ້າໃຊ້ແຮງລົມ, ໄຟຟ້າໃຊ້ແສງຕາເວັນ.

(ແຫຼ່ງຄັດຈາກ VOV)

ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ລາວ ໃນ​ເດືອນ​ມັງ​ກອນ​ປີ 2025 ເພີ່ມ​ຂຶ້ນ 66,5%

ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ລາວ ໃນ​ເດືອນ​ມັງ​ກອນ​ປີ 2025 ເພີ່ມ​ຂຶ້ນ 66,5%

ຫ້ອງການການຄ້າ ຫວຽດນາມ ຢູ່ລາວໃຫ້ຮູ້ວ່າ ວົງເງິນການຄ້າ ຫວຽດນາມ ລາວໃນເດືອນມັງກອນປີ 2025 ບັນລຸ 290 ລ້ານ USD, ມີການເຕີບໂຕຢູ່ລະດັບ66,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

Top